ເຊື່ອມຕໍ່ນັກທຸລະກິດຫວຽດນາມໃນທົ່ວໂລກ

 ເຊື່ອມຕໍ່ນັກທຸລະກິດຫວຽດນາມໃນທົ່ວໂລກ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ​ພົບ​ປະ​ກັບ​
ນັກ​ທຸ​ລະ​ກິດ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ
ພາບປະ​ກອບ:quehuong

(vovworld)-  ​ ​ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ​ໃນ​ທົ່ວ​ໂລກ ຫາ​ກໍ​ດຳ​ເນີນ​ໄປ​ໃນ​ວັນ​ທີ 11 ແບະ 12/11 ຢູ່ ນະ​ຄອນ​ຫລວງ ມົດ​ສະ​ກູ ປະ​ເທດ ລັດ​ເຊຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢ​ູ່​ພາຍ​ໃນ​ປະ​ເທດ ກວ່າ 200 ຄົນ ແລະ ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່ ລັດ​ເຊຍ ແລະ ຫລາຍ​ປະ​ເທດ​ໃນ​ໂລກກວ່າ 100 ຄົນ. ກ່າວ​ຄຳ​ເຫ​ັນ​ໄຂ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ແທງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ ເນັ້ນ​ຫນັກ​ວ່າ:

        “ ຜ່ານກອງ​ປະ​ຊຸມ​ຄັ້ງ​ນີ້​ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ​ພາຍ​ໃນ​ປະ​ເທດ ກໍ​ຄື ຢູ່​ຕ່າງ​ປະ​ເທດ ຈະ​ຊອກ​ຮູ​້​ຄູ່​ຮ່ວມ​ມື​ໄດ້​ຫລາຍກວ່າ​ໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ຂອງ​ສະ​ຫະ​ພັນ​ລັດ​ເຊຍ.”

        ເມື່ອ​ເວົ້າ​ເຖິງ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ ຊື່ງ​ຫວຽດ​ນາມ ໄດ້, ພວມ ແລະ ໃກ້​ຈະ​ເຂົ້າ​ຮ່ວມ, ທ່ານ ໂດ​ທັງ​ຫາຍ, ລັດ​ຖ​ະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຖື​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສ​ະ​ເຫນີ​ບັນ​ດາ​ວິ​ສາ​ຫະ​ກິດ ຈົ່ງ​ຄົ້ນ​ຄ້​ວາ​ເນື້ອ​ໃນ​ສັນ​ຍາ​ຢ່າງ​ລະ​ອຽດ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຊື່ງ​ສັນ​ຍາ​ນຳ​ມາ​ໃຫ້, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ ອອກ​ສູ່​ໂລກ, ພິ​ເສດ ແມ່ນ​ຈຳ​ຫນ່າຍ​ສິນ​ຄ້າ “Made in Viet Nam” ຜ່ານ​ບັນ​ດາ​ລະ​ບົບ​ຂາຍ​ສົ່ງ​ຂາຍ​ຍົກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ໃນ​ນັ້ນ ມີ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ.”

ຂ່າວ/ບົດ​ອື່ນ