ເຊື່ອມຕໍ່ປ່ຽນໃໝ່ມີຫົວຄິດປະດິດສ້າງຫວຽດນາມ-ອາເມລິກາ

ເຊື່ອມຕໍ່ປ່ຽນໃໝ່ມີຫົວຄິດປະດິດສ້າງຫວຽດນາມ-ອາເມລິກາ - ảnh 1
ການປຸງແຕ່ງສິນໃນນຳ້ຂອງບໍລິສັດຫຸ້ນສ່ວນ ໄຊງອນ ຟຸດ ໄດ້ຮັບໃບຍ້ອງຍໍຍ້ອນມີການນຳໃຊ້ປ່ຽນໃໝ່ມີຫົວຄິດປະດິດສ້າງ
ໃນການດຳເນີນທຸລະກິດ
(ພາບ: An Hiếu/TTXVN)

(vovworld) –  ວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີສົມທົບ​ກັບ​ສະຖານທູ​ດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ຈັດ​ຕັ້ງ​ເຫດການ​ເຊື່ອມ​ຕໍ່​ປ່ຽນ​ໃໝ່​ມີ​ຫົວຄິດ​ປະດິດ​ສ້າງ ຫວຽດນາມ - ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ເລີ່​ມດຳ​ເນີ​ນອາຊີບ ​ແລະ ປ່ຽນ​ໃໝ່​ມີ​ຫົວຄິດ​ປະດິດ​ສ້າງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ເຈີ່ນ​ວັນ​ຕູ່​ງ, ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ໃຫ້​ຮູ້​ວ່າ: ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັ້ນ, ຫວຽດນາມ ຕ້ອງການກຳລັງ​ວິ​ສາ​ຫະກິດ​ແຂງ​ແຮງ, ​ໄດ້ຮັບ​ການ​ໜູນ​ຊ່ວຍ​ພັດ​ທະນາ​ໃນ​ລະບົບ​ຊີວະ​ພາບ​ໃໝ່​ປ່ຽນ​ໃໝ່​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ເລີ່​ມ​ດຳ​ເນີນ​ອາຊີບຢ່າງ​ສະ​ດວກ. ຜ່ານ​ເຫດການ​ນີ້, ຫວຽດນາມ ປາດ​ຖະໜາ​ຢາກ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ເພື່ອ​​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຂອງ ອ​າ​ເມ​ລິ​ກາ, ບັນດາ​ກອງ​ທຶນ​ລົງທຶນ​ມີ​ຄວາມ​ສ່ຽງ​ໄພ​ຕໍ່​ບັນດາ​ວິ​ສາ​ຫະກິດ ເລີ່​ມ​ດຳ​ເນີນ​ອາຊີບຂອງ ຫວຽດນາມ ກໍ່​ຄື​ບັນດາ​ສ່ວນ​ບຸກຄົນ​​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃໝ່ມີ​ຫົວຄິດ​ປະດິດ​ສ້າງ, ​ແລກປ່ຽນ ​ແລະ ຮຳ່ຮຽນ​ເອົາ​ບົດຮຽນ​ກໍ່ສ້າງ​ລະ​ບົບຊີວະ​ພາບເລີ່​ມ​ດຳ​ເນີນ​ອາຊີບ.

 

ຂ່າວ/ບົດ​ອື່ນ