ເຊື່ອມຕໍ່ວິສາຫະກິດເພື່ອພັດທະນາດ້ານກະສີກຳຫວຽດນາມ


    ເຊື່ອມຕໍ່ວິສາຫະກິດເພື່ອພັດທະນາດ້ານກະສີກຳຫວຽດນາມ - ảnh 1
ການ​ປຸ່ງ​ແຕ່ງ​ໝາກມວງ​ຫິ​ມະ​ພານ​ເພື່ອ​ສົ່ງ​ອອກ

(vovworld)- ຕອນ​ເຊົ້າ​ວັນ​ທີ 9/2, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ເວ​ທີ່​ປາ​ໄສ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ​ກັບ​ຊາວ​ຫວຽດ​ນາມ​ຢູ່​ພາຍ​ໃນ​ປະ​ເທດ. ກອງ​ປະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ສ້າງສາຍ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ຜູ້​ຄຸ້ມ​ຄອງ​ລັດ​ກັບ​ນັກ​ທຸ​ລະ​ກິດ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ ແລະ ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ກັບ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ ໃຫ້​ຮູ້​ວ່າ :

   “ ກ​່ອນ​ອື່ນ​ໝົດ, ພວກ​ຂ້າ​ພະ​ເຈົ້າ​ເຮັດ​ແຈ້ງ​ບັນ​ດາ​ຂົງ​ເຂດ​ທີ່​ພວກ​ເຮົາ​ພວມ​ສົ່ງເສ​ີມ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທືຶນ​ເຂົ້າ, ໃນ​ນັ້ນ ຕົ້ນ​ຕໍ​ແມ່ນ​ຂົງ​ເຂດ​ປຸ່ງ​ແຕ່ງ ແລະ ການ​ຄ້າ. ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສີ​ກຳ, ນອກ​ຈາກ​ນຳ​ສະ​ເໜີ​ບັນ​ດາ​ນະ​ໂຍ​ບາຍ​ເປັນ​ປົກ​ກະ​ຕິ​ຍາວ​ນານ​ແລ້ວ, ທາງ​ລັດ​ກໍ​ຄວນ​ຜັນ​ຂະ​ຫຍາຍ​ວຽກ​ງານຫຼາຍ​ຢ່າງ​ທີ່​ກ່ຽວ​ຂ້ອງ ”

    ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ທຸ​ລ​ະກິດ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດກໍ​ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້​ລັດ​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດຕື່ມອີກ​ເພື່ອ​ໃຫ້ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສີ​ກຳຫຼາຍກວ່າ​ອີກ. ນາງ ດິງ​ກິມ​ງວດ ນັກທຸ​ລະ​ກິດ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ກາ​ນາ​ດາ ໃຫ້​ຮູ້​ວ່າ :

     ຂ້າ​ພະ​ເຈົ້າ​ຄິດ​ວ່າ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດຄວນ​ກ້າ​ຫານ​ລົງ​ທຶນ, ພວກ​ເຮົາ​ສາ​ມາດ​ແກ້​ໄຂ​ເທື່ອ​ລະ​ກ້າວ, ບໍ່​ວ່າ​ຄວາມ​ຫຍຸ້ງ​ຍາກ​ໃດໆ, ພວກ​ເຮົາ​ກໍ​ສາ​ມາດ​ເຮັດ​ໄດ້, ເພາະ​ໃນ​ຕົວ​ຈິງ, ຜູ້​ອຸ​ປະ​ໂພກ​ແມ່ນ​ຢາກ​ໄດ້​ຊື້​ສິນ​ຄ້າ, ສ່ວນ​ພວກ​ເຮົາ​ແມ່ນ​ຢາກ​ຂາຍ​ສິນ​ຄ້າ. ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ວ່າ ປະ​ເທດຫວຽດ​ນາມຈະ​ເຕີບ​ໃຫ​ບຍ​ເຂັ້ມ​ແຂງ ”

ຂ່າວ/ບົດ​ອື່ນ