ເຊເນການ ປະກາດໄວ້ທຸກລະດັບຊາດພາຍຫຼັງເກີດອຸບັດຕິເຫດລົດເມຕຳກັນເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ທ່ານປະທານາທິບໍດີ Macky Sall ສະແດງຄວາມເຈັບປວດເສົ້າສະຫຼົດໃຈກ່ຽວກັບເຫດລົດເມຕຳກັນ ເຮັດໃຫ້ 40 ຄົນເສຍຊີວິດ ແລະ ອີກຫຼາຍຄົນຖືກຮັບບາດເຈັບຢູ່ເຂດພາກກາງ ເຊເນການ ໃນຕອນເຊົ້າວັນທີ 8 ມັງກອນ.
ເຊເນການ ປະກາດໄວ້ທຸກລະດັບຊາດພາຍຫຼັງເກີດອຸບັດຕິເຫດລົດເມຕຳກັນເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1ສະຖານທີ່ເກີດເຫດ
(ພາບ:AFP/TTXVN)

ວັນທີ 8 ມັງກອນ, ທ່ານ Macky Sall, ປະທານາທິບໍດີ ເຊເນການ ປະກາດວ່າ: ປະເທດ ອາບຟຣີກາ ຕາເວັນຕົກນີ້ຈະໄວ້ທຸກລະດັບຊາດເປັນເວລາ 3 ວັນເພື່ອອາໄລຫາບັນດາຜູ້ເສຍຊີວິດໃນອຸບັດທິເຫດທາງຄົມມະນາຄົມທີ່ຮ້າຍແຮງເກີດຂຶ້ນໃນວັນດຽວກັນ. ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານປະທານາທິບໍດີ Macky Sall ສະແດງຄວາມເຈັບປວດເສົ້າສະຫຼົດໃຈກ່ຽວກັບເຫດລົດເມຕຳກັນ ເຮັດໃຫ້ 40 ຄົນເສຍຊີວິດ ແລະ ອີກຫຼາຍຄົນຖືກຮັບບາດເຈັບຢູ່ເຂດພາກກາງ ເຊເນການ ໃນຕອນເຊົ້າວັນທີ 8 ມັງກອນ.

        ພິທີໄວ້ທຸກລະດັບຊາດເລີ່ມແຕ່ວັນທີ 9 ມັງກອນ. ພາຍຫຼັງເວລາໄວ້ທຸກ, ຈະສ້າງຕັ້ງຄະນະກຳມະການລັດຖະບານ ເພື່ອປະຕິບັດບັນດາມາດຕະການຢ່າງແຂງແຮງເພື່ອຮັບປະກັນຄວາມປອດໄພຄົມມະນາຄົມທາງບົກ.

ຕອບກັບ

ຂ່າວ/ບົດ​ອື່ນ