ລາຍການສະແດງສິລະປະຫນູນຊ່ວຍເດັກທຸກຍາກ
ພາບ:chinhphu.vn
|
(vovworld)- ຕອນຄຳ່ວັນທີ 6/9 ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະເພື່ອຫນູນຊ່ວຍເດັກນ້ອຍທຸກຍາກຖືກເປັນພະຍາດຫົວໃຈ, ເດັກກຳພ້າ ພ້ອມທັງເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນມີໃຈບຸນໃຈກຸສົນທີ່ໄດ້ຊ່ວຍເຫລືອເດັກນ້ອຍທຸກຍາກໃນຊຸມປີຜ່ານມາ. ປີນີ້ ຄະນະຈັດຕັ້ງ ແລະ ບັນດານັກອຸປະຖຳ ໄດ້ຫນູນຊ່ວຍລາຍຈ່າຍຜ່າຕັດຫົວໃຈໃຫ້ແກ່ເດັກທຸກຍາກຖືກຕິດພະຍາດມາແຕ່ເກີດ 10 ຄົນ, ມອບ ປື້ມເງິນຝາກປະຢັດ 100 ຫົວ, 50 ທຶນສຶກສາ ແລະ ຂອງຂວັນ 1000 ພູດ ໃຫ້ແກ່ເດັກນ້ອຍຖືກພະຍາດຫນັກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ແລະ ເດັກທຸກຍາກ ດ້ວຍຍອດຈຳນວນເງິນຂຶ້ນເຖິງ ກວ່າ 1 ຕື້ດົງ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຈ້ອງດາມ, ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເນັ້ນຫນັກວ່າ:
“ນີ້ແມ່ນການກະທຳມີຄວາມໝາຍອັນສູງສົ່ງເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສະແດງຄວາມຮັກແພງ ແລະ ຄວາມຮັບຜິດຊອບຂອງສັງຄົມທີ່ມີຕໍ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ.ຂ້າພະເຈົ້າຫວັງວ່າ ບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນທີ່ມີໃຈບຸນໃຈກຸສົນຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ຮ່ວມແຮງຮ່ວມໃຈກັບພັກ ແລະ ລັດ ເບິ່ງແຍງດູແລທາງດ້ານວັດຖຸໃຫ້ແກ່ເດັກນ້ອຍທຸກຍາກໃນທົ່ວປະເທດ.”
ຢູ່ ນະຄອນ ດາຫນັງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ໄດ້ສົມທົບກັບ ວັດ ບາດາ ໄດ້ມອບຂອງຂວັນ 150 ພູດ ແລະ ຈຳນວນເງິນ 50 ລ້ານດົງໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ເມືອງ ແທງເຄ ນະຄອນດາຫນັງ, ຊ່ວຍພວກນ້ອງໄດ້ຕ້ອນຮັບບຸນວັນເພັງເດືອນ 8 ຢ່າງເບີກບານມ່ວນຊື່ນ.
ສ່ວນຢູ່ນະຄອນໂຮ່ຈິມີນ ແລະ ແຂວງ ກວ໋າງຫງາຍ ກໍໄດ້ຈັດຕັ້ງການເຄື່ອນໄຫວເພື່ອຊ່ວຍເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍທຸກຍາກໄດ້ຕ້ອນຮັບບຸນວັນເພັງເດືອນ8ຢ່າງເບີກບານມ່ວນຊື່ນເຕັມໄປດ້ວຍຄວາມຮັກແພງ.