ເດັດດ່ຽວບໍ່ປະໃຫ້ສະພາບຜົນປະໂຫຍດກຸ່ມຄອບງຳນະໂຍບາຍ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) - ເດັດດ່ຽວບໍ່ປະໃຫ້ສະພາບຜົນປະໂຫຍດກຸ່ມຄອບງຳນະໂຍບາຍ, ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ ໃນຕອນເຊົ້າວັນທີ 23/06. ເນື້ອໃນກອງປະຊຸມແມ່ນເພື່ອແນໃສ່ຕີລາຄາສະພາບເອກະສານກຳນົດລະອຽດການປະຕິບັດບັນດາກົດໝາຍທີ່ມີຜົນບັງຄັບໃຊ້ແຕ່ວັນທີ 01/07/2016, ກົດໝາຍວ່າດ້ວຍການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ເພື່ອສ້າງລັດຖະບານວຽກງານການສ້າງລະບອບແມ່ນມີຄວາມສຳຄັນທີ່ສຸດ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ, ວິສາຫະກິດ, ປົດປ່ອຍກຳລັງການຜະລິດ, ຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດ.
“ບົນຈິດໃຈສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະ ວິສາຫະກິດ, ແມ່ນເດັດດ່ຽວຕ້ອງລົບລ້າງຜົນປະໂຫຍດກຸ່ມບໍ່ໃຫ້ຄອບງຳນະໂຍບາຍ. ແຕ່ຍັງມີວຽກງານສຳຄັນໜຶ່ງອີກນັ້ນແມ່ນ ມີບາງວຽກງານທີ່ລັດຄຸ້ມຄອງດ້ວຍລະບອບນະໂຍບາຍ ເພື່ອສ້າງພື້ນຖານນິຕິກຳ ເພື່ອ ພັດທະນາຢ່າງດີງາມ, ບໍ່ຖືກຊວຍໃຊ້ສິ່ງທີ່ຍັງຈຳກັດຂອງເສດຖະກິດການຕະຫຼາດ. ນີ້ແມ່ນວຽກງານທີ່ຫຍຸ້ງຍາກໃນການສ້າງກົດໝາຍ, ພິເສດແມ່ນໃນການສ້າງລະບອບໃໝ່ ແທນໃຫ້ຂໍ້ກຳນົດເກົ່າ. ແຕ່ບົນຈິດໃຈແມ່ນສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ”.
ແລະກໍໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກລັດຖະບານ ໄດ້ໃຫ້ຄຳເຫັນໃສ່ຮ່າງມະຕິຫຼາຍສະບັບຂອງກະຊວງຕ່າງໆ.