ກອງປະຊຸມປະຈຳເດືອນ 10/2014 ຂອງລັດຖະບານ
ພາບ:chinhphu.vn
|
(vovworld)- ທີ່ການປະຊຸມຂ່າວປະຈຳເດືອນ10 ຂອງລັດຖະບານ ຊື່ງດຳເນີນໄປໃນຕອນບ່າຍວັນທີ 29/10, ທ່ານ ຫງວຽນວັນເນັນ, ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ໄດ້ແຈ້ງໃຫ້ຊາບກ່ຽວກັບຫລາຍບັນຫາທາງດ້ານເສດຖະກິດສັງຄົມຊື່ງຫາງສຽງສົນໃຈ. ກ່ຽວຂ້ອງເຖິງເລື່ອງຫວ່າງແລ້ວນີ້ ລັດຖະບານ ຫາກໍ່ລາຍງານສະພາແຫ່ງຊາດກ່ຽວກັບສະພາບການທະເລຕາເວັນອອກ ແລະ ມາດຕະການຊື່ງລັດຖະບານວາງອອກໃນໄລຍະຈະມາເຖິງ, ທ່ານ ຫງວຽນວັນເນັນ ເນັ້ນຫນັກວ່າ: ສະພາແຫ່ງຊາດ ຈະປຶກສາຫາລື, ໃຫ້ຄຳເຫັນເພື່ອໃຫ້ລັດຖະບານສືບຕໍ່ປະຕິບັດຫນ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕທະເລໝູ່ເກາະຂອງປະເທດຊາດ. ທ່ານ ຫງວຽນວັນເນັນ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານ ຊີ້ແຈ້ງວ່າ:
“ຫວຽດນາມ ມີພະຍານຫລັກຖານດ້ານກົດໝາຍ ແລະ ປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນວ່າ: ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນຂອງຫວຽດນາມ ແລະ ສະເຫນີໃຫ້ບັນດາຝ່າຍຕ້ອງຮັກສາສະພາບເດີມໄວ້. ຫລັກໝັ້ນຂອງຫວຽດນາມ ແມ່ນເດັດດ່ຽວປົກປັກຮັກສາທະເລໝູ່ເກາະຂອງຕົນໂດຍສັນຕິວິທີ, ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງປະຕິບັດກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຢ່າງເຂັ້ມງວດ.”