ເຕີບໂຕສິນເຊື່ອແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ
ພາບປະກອບ
(vovworld) – ລະດັບເຕີບໂຕສິນເຊື່ອບັນລຸ 3,52% ໃນ 6 ເດືອນຕົ້ນປີ 2014 ແມ່ນຈຸດພົ້ນເດັ່ນ, ສະແດງໃຫ້ເຫັນບັນດາວິສາຫະກິດພວມກຸ້ມຕົນເອງເທື່ອລະກ້າວໃນການຜະລິດ ແລະ ບໍ່ອີງໃສ່ບັນດາແຫຼ່ງສິນເຊື່ອຂອງທະນາຄານ. ນີ້ແມ່ນການຢັ້ງຢືນຂອງທ່ານ ດຣ ຫງວຽນດຶກກຽນ, ຮອງຫົວໜ້າກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ.
ຕາມທ່ານ ຫງວຽດຶກກຽນ ແລ້ວ, ດັດຊະນີ GDP 6 ເດືອນຕົ້ນປີເພີ່ມຂຶ້ນ 5,19% ສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແມ່ນຢູ່ໃນລະດັບ 4,9%, ໃນຂະນະທີ່ລະດັບເຕີບໂຕສິນເຊື່ອບັນລຸກ່ວາ 3,5% ໝາຍຄວາມວ່າ ຫວຽດນາມ ພວມປັບປຸງພື້ນຖານເສດຖະກິດຕາມທິດສ້າງໂຄງປະກອບຄືນໃໝ່ທີ່ໄດ້ວາງອອກ. ບັນດາວິສາຫະກິດຕ້ອງຮັບຮູ້ການເຄື່ອນໄຫວແທດຈິງຂອງທະນາຄານ ກໍ່ແມ່ນການເຄື່ອນໄຫວຂອງບັນດາວິສາຫະກິດ. ເຂົາເຈົ້າຕ້ອງຄິດໄລ່ຊັ່ງຊາຢ່າງລະອຽດກ່ອນທີ່ໃຫ້ກູ້ຢືມ ເພື່ອຮັບປະກັນດຳເນີນທຸລະກິດຢ່າງມີປະສິດທິຜົນ, ສະກັດກັ້ນໜີ້ເສຍ. ໄລຍະຜ່ານມາ, ທະນາຄານແຫ່ງລັດໄດ້ສ້າງກົນໄກ, ຫລຸດຜ່ອນອັດຕາດອກເບ້ຍ, ຕັ້ງໜ້າຍົກອອກບັນດາມາດຕະການຊຸກຍູ້ສິນເຊື່ອສຳລັບບາງຂົງເຂດບຸລິມະສິດ... ນັ້ນແມ່ນຄວາມເປັນເຈົ້າການຂອງບັນດາອົງການຄຸ້ມຄອງ, ແຕ່ດ້ານອື່ນ ກໍ່ຮຽກຮ້ອງໃຫ້ວິສາຫະກິດຕ້ອງຊອກຫາແຫຼ່ງທຶນເອງ ແລະ ສ້າງແຜນການພັດທະນາວິສາຫະກິດເໝາະສົມເພື່ອມີລະດັບເຕີບໂຕດີກ່ວາ.