ເຕົ້າໂຮມສະຫນັບສະຫນູນການຮ້ອງຟ້ອງຂອງທ່ານນາງເຈີນໂຕງາ ທວງເອົາຄວາມຍຸຕິທຳມາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) - ປີ 2014 ທ່ານນາງ ໄດ້ສົ່ງໃບຮ້ອງຟ້ອງ ຢູ່ ຝລັ່ງ ຮຽກຮ້ອງບັນດາບໍລິສັດຜະລິດທາດເຄມີ ຊົດເຊີຍຄວາມເສຍຫາຍຕໍ່ສຸຂະພາບຂອງທ່ານນາງ ແລະ ລູກຂອງຕົນ.
ເຕົ້າໂຮມສະຫນັບສະຫນູນການຮ້ອງຟ້ອງຂອງທ່ານນາງເຈີນໂຕງາ ທວງເອົາຄວາມຍຸຕິທຳມາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1ທ່ານນາງ ເຈີນໂຕງາ (ເບື້ອງຊ້າຍ) ພາບ:vietnam+ 

ຕອນບ່າຍວັນທີ 30 ມັງກອນ, ມີປະຊາຊົນນັບຮ້ອຍໆຄົນໄດ້ເຕົ້າໂຮມຢູ່ນະຄອນຫລວງ ປາຣີ ປະເທດຝລັ່ງ ເພື່ອສະແດງການສະຫນັບສະຫນູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີນ ໃນສົງຄາມຢູ່ຫວຽດນາມ ພາຍຫລັງ ສານນະຄອນ Evry (ຊານຕົວເມືອງ ປາຣີ) ໄດ້ຈັດວາລະຖົກຖຽງການຮ້ອງຟ້ອງຂອງທ່ານນາງ ເຈີນໂຕງາ ຊາວຝລັ່ງ ເຊື້ອຊາດ ຫວຽດນາມ ຕ້ານຄືນບັນດາບໍລິສັດຜະລິດທາດເຄມີ ຊື່ງກອງທັບ ອາເມລິກາ ໄດ້ນຳໃຊ້ໃນສົງຄາມຢູ່ຫວຽດນາມ. ທ່ານນາງ ເຈີນໂຕງາ ອາຍຸ 78 ປີ ແມ່ນຜູ້ຖືກຕິດທາດພິດສີສົ້ມເມື່ອປີ 1966 ຂະນະທ່ານນາງ ເປັນນັກຂ່າວ ຂອງສຳນັກຂ່າວສານ ປົດປ່ອຍ.  ປີ 2014 ທ່ານນາງ ໄດ້ສົ່ງໃບຮ້ອງຟ້ອງ ຢູ່ ຝລັ່ງ ຮຽກຮ້ອງບັນດາບໍລິສັດຜະລິດທາດເຄມີ ຊົດເຊີຍຄວາມເສຍຫາຍຕໍ່ສຸຂະພາບຂອງທ່ານນາງ ແລະ ລູກຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ