ປະຊາຊົນ ເນປານ
(ພາບ: Irishtimes)
|
(vovworld) – ເນປານ ຮຽກຮ້ອງໃຫ້ບັນດາປະເທດຢຸດຕິການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບພາຍຫຼັງເກີດເຫດແຜ່ນດິນໄຫວ 9 ວັນເຊິ່ງເຮັດໃຫ້ກ່ວາ 7.200 ຄົນເສຍຊີວິດ, ຍ້ອນບໍ່ມີຄວາມຫວັງຈະຊອກໄດ້ຜູ້ຍັງມີຊີວິດອີກ. ວັນທີ 4/5, ກ່າວຄຳເຫັນທີ່ການປະຊຸມຢູ່ນະຄອນຫລວງ Kathmandu ກັບເອກອັກຄະລັດຖະທູດຂອງກ່ວາ 20 ປະເທດ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເນປານ Mahendra Bahadur Pandey ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ຕົກລົງຢຸດຕິວຽກງານຊອກຫາ, ກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ. ລັດຖະບານ ເນປານຕີລາຄາສູງບັນດາການຊ່ວຍເຫຼືອທີ່ທັນການ ແລະ ມີປະສິດທິຜົນຂອງປະຊາຄົມສາກົນທີ່ສະຫງວນໃຫ້ແກ່ ເນປານ ໃນຈຸດເວລາທີ່ຫຍຸ້ງຍາກ. ທ່ານລັດຖະມົນຕີ Bahadur Pandey ປະກາດວ່າ: ລັດຖະບານ ເນປານ ຕົກລົງສ້າງຕັ້ງກອງທຶນຟື້ນຟູ ແລະ ພັດທະນາຄືນໃໝ່ດ້ວຍຈຸດໝາຍບໍລິຈາກເງິນໃຫ້ໄດ້ 2 ຕື້ USD ແລະ ຮຽກຮ້ອງການສະໜັບສະໜູນຂອງປະເທດຕ່າງໆ ແລະ ບັນດາອົງການມະນຸດສະທຳສາກົນ.