ເບິ່ງແຍງດູແລຜູ້ອອກແຮງງານ, ຄອບຄົວທຸກຍາກ,
ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນຍາມບຸນເຕັດ
(ພາບ: laodong.com)
(vovworld) – ເນື່ອງໃນໂອກາດບຸນເຕັດປີລະກາ 2017, ນະຄອນ ຫາຍຟ່ອງ ໄດ້ສະຫງວນ 1,2 ຕື້ດົ່ງ ແນໃສ່ໜູນຊ່ວຍກຳມະກອນຜູ້ອອກແຮງງານໃນບໍລິເວນນະຄອນ. ເຂດເສດຖະກິດນະຄອນ ຫາຍຟ່ອງ ໄດ້ມອບຂອງຂວັນໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກກ່ວາ 3.500 ພູດ ແລະ ລົດ 40 ຖ້ຽວໂດຍບໍ່ເສຍຄ່າເພື່ອຂົນສົ່ງຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດ. ສະຫະພັນແຮງງານນະຄອນ ຫາຍຟ່ອງ ໄດ້ມອບຂອງຂວັນໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນນະຄອນດ້ວຍຍອດຈຳນວນເງິນ 1,4 ຕື້ດົ່ງ.
ຂະແໜງການທີ່ກ່ຽວຂ້ອງແຂວງ ກວາງຈີ້ ໄດ້ສົມທົບກັບອຳນາດການປົກຄອງທຸກຂັ້ນ ພ້ອມດ້ວຍບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນພາຍໃນແຂວງໄດ້ຈັດຕັ້ງພິທີມອບຂອງຂວັນບຸນເຕັດຂອງປະທານປະເທດໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງເກືອບ 33.000 ພູດ ດ້ວຍຍອດມູນຄ່າເກືອບ 6,7 ຕື້ດົ່ງ. ພ້ອມກັນນັ້ນ ອຳນາດການປົກຄອງແຂວງ ກວາງຈີ້ ກໍ່ໜູນຊ່ວຍເຂົ້າສານເກືອບ 1.500 ໂຕນໃຫ້ແກ່ 30.000 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກພິເສດເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ.