(vovworld) – ຕອນບ່າຍວັນທີ 21/12, ຢູ່ໂຮງຮຽນອາຊີວະຊັ້ນກາງສຳລັບຄົນພິການແຂວງທ໋າຍບິ່ງ, ກອງທຶນນ້ຳນົມ “ຫວຽດນາມບື່ນຕົວຂຶ້ນ” ສັງກັດກອງທຶນປົກປ້ອງເດັກນ້ອຍຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດພິທີມອບນ້ຳນົມໃຫ້ເດັກຖືກຕິດທາດພິດສີສົ້ມ/ດີໂອຊິນ ແຂວງທ໋າຍບິ່ງ. ເຂົ້າຮ່ວມພິທີມີທ່ານນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຫງວຽນແຮ້ງຟຸກ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີກະຊວງແຮງງງານ, ທະຫານເສຍອົງຄະ ແລະ ສັງຄົມ. ທີ່ພິທີ, ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ໄດ້ມອບໂລໂກນ້ຳນົມ 54.000 ຈອກ ຕົກເປັນມູນຄ່າ 500 ລ້ານດົງ ໃຫ້ແຂວງທ້າຍບິ່ງ. ປະລິມານນ້ຳນົມດັ່ງກ່າວເຊິ່ງກອງທຶນປົກປ້ອງເດັກນ້ອຍຫວຽດນາມ ພ້ອມກັບບໍລິສັດຫຸ້ນສ່ວນ Vinamilk ສົ່ງເຖິງບັນດາໂຮງຮຽນ, ສູນລ້ຽງດູເດັກພິການ ແລະ ບັນດາຄອບຄົວຖືກຜົນສະທ້ອນຈາກທາດພິດສີສົ້ມ/ດີໂອສິນ ຢູ່ 8 ເມືອງ, ນະຄອນໃນບໍລິເວນແຂວງທ໋າຍບິ່ງ. ເນື່ອງໃນໂອກາດນີ້, ກອງທຶນປົກປ້ອງເດັກນ້ອຍຫວຽດນາມໄດ້ມອບຂອງຂວັນ 50 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົງ ໃຫ້ເດັກ 50 ຄົນ ເຊິ່ງແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ທີ່ປະສົບກັບຄວາມຫຍຸ້ງຍາກ.