ເບິ່ງແຍງດູແລໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ
(ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ)
(vovworld) – ກອງປະຊຸມສຳມະນາວິທະຍາສາດ “ຄົ້ນຄ້ວາຕີລາຄາປະສິດທິຜົນນະໂຍບາຍສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ; ສະເໜີທິດທາງ ແລະ ມາດຕະການປັບປຸງ, ເພີ່ມເຕີມ, ດັດແກ້” ໄດ້ດຳເນີນໃນວັນທີ 30/6 ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລື, ເຮັດແຈ້ງບັນດາມາດຖານກຳນົດຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ຄວາມຈິ່ງກ່ຽວກັບຊີວິດ, ພະຍາດຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ບັນຫາເບິ່ງແຍງດູແລໃນສັງຄົມ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ; ບົດບາດຂອງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນການຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍ, ປະກອບສ່ວນປະຕິບັດນະໂຍບາຍ…
ໃນຫຼາຍປີຜ່ານມາ, ພັກ ແລະ ລັດໄດ້ເອົາໃຈໃສ່ທີ່ສຸດເຖິງເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງໂດຍທາດພິດສີສົ້ມກໍ່ຂຶ້ນ. ລັດມີແຜນນະໂຍບາຍ, ນະໂຍບາຍກ່ຽວກັບການກຳຈັດສະພາບແວດລ້ອມຢູ່ເຂດທີ່ຍັງຄົງມີທາດພິດດີໂອຊີນດ້ວຍຈຳນວນຫຼາຍ; ປະກາດໃຊ້ນະໂຍບາຍສຳລັບຜູ້ເຄື່ອນໄຫວປະຕິວັດ ແລະ ລູກຄີງຂອງເຂົາເຈົ້າທີ່ຖືກຕິດສານພິດເຄມີ.