ເບລາຣຸດສະເໜີເປັນຄົນກາງໄກ່ເກ່ຍແກ້ໄຂຄວາມເ​ຄັ່ງຕຶງລະຫວ່າງລັດເຊຍ-ຕວກກີ

ເບລາຣຸດສະເໜີເປັນຄົນກາງໄກ່ເກ່ຍແກ້ໄຂຄວາມເ​ຄັ່ງຕຶງລະຫວ່າງລັດເຊຍ-ຕວກກີ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 03/01, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ເບ​ລາ​ຣຸດ Vladimir Makei ຖ​ະ​ແຫ​ຼງວ່າ, ປະ​ເທດ​ນີ້​ພ້ອມ​ແລ້ວ​ທີ່​ຈະ​ມາ​ນະ​ພະ​ຍາ​ຍາມ​ຈ​ົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ເປັນ​ຄົນ​ກາງ​ໄກ່​ເກ່່ຍ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດ​ລະ​ຫວ່າງ​ລັດ​ເຊຍ ແລະ ຕວກ​ກີ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Vladimir Makei ຖື​ວ່າ, ເລື່ອງກໍ່​ຄວາມ​ກົດ​ດັນ, ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ເຊິ່ງ​ກັນ​ ແລະ ກັນ ບໍ່​ແມ່ນ​ມາດ​ຕະ​ການ​ແກ້​ໄຂ​ ບັນ​ຫາ​ການ​ພົວ​ພັນ​ລະ​ຫວ່າງປະ​ເທດຕ່າງໆ. ການ​ພົ​ວ​ພັນ​ລະ​ຫວ່າງ​ລັດ​ເຊຍ - ຕວກ​ກີ ​ນັບ​ມື້​ນັບເຄັ່ງ​ຕຶງ​ພາຍ​ຫຼັງ​ທີ່​ຕວກ​ກີ ​ຍິງ​ເຮືອ​ບິນ​ຖິ້ມ​ລະ​ເບີດ Su 24 ຂອງ​ລັດ​ເຊຍ​ຕົກ ໃນ​ວັນ​ທີ 24/11. ຕວກ​ກີ ກ່າວ​​ຫາ​ເຮືອ​ບິນ​ລັດ​ເຊຍ ​ໄດ້​ແຊກ​ແຂງ​ເຂົ້າ​ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດນີ້, ໃນ​ຂະ​ນະ​​ນັ້ນ ​ລັດ​ເຊຍ ພັດຢືນ​ຢັນ​ວ່າ ເຮືອ​ບິນ Su 24 ບິນ​ໃນ​ເຂດ​ນ່ານ​ຟ້າ​ຊີ​ຣີ. ລັດ​ເຊຍ ໄດ້​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ສຳ​ລັບ​ຕວກ​ກີ, ພ້ອມ​ທັງ​ຮຽກ​ຮ້ອ​ງ​ໃຫ້​ຕວກ​ກີ ຍົກ​ອອກ​ຄຳ​ຂໍໂທດ. ເຖິງວ່າ, ຕວກ​ກີ ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ເຫດ​ກາ​ນ​​ດ້ານ​ການທະ​ຫານ​ດັ່ງ​ກ່າວ, ແຕ່​ຢືນ​ຢັນ​ຈະ​ບໍ່​ຂໍ​ໂທດ​ລັ​ດ​ເຊຍ.

ຂ່າວ/ບົດ​ອື່ນ