ເປີດກິດຈະກຳ ອາໄລຫານັກຮົບເສຍສະຫຼະຊີວິດຢູ່ກຳປູເຈຍ
ພິທີສວດມົນພາວະນາ ແລະ ເປີດສະຫຼອງກິດຈະກຳອາໄລຫາ ນັກຮົບອາສາສະໝັກຫວຽດນາມເສຍສະຫຼະຊີວິດຢູ່ກຳປູເຈຍ |
(vovworld)- ພິທີສວດມົນພາວະນາ ແລະ ເປີດສະຫຼອງກິດຈະກຳອາໄລຫາ ນັກຮົບອາສາສະໝັກຫວຽດນາມເສຍສະຫຼະຊີວິດຢູ່ສະໜາມຮົບ 479 ທີ່ກຳປູເຈຍ ຊຶ່ງຖືກຈັດຂຶ້ນໃນວັນທີ 27/7 ຢູ່ວັດໂບເດ ເມືອງລອງບຽນ, ຮ່າໂນ້ຍ. ເຫດການໂດຍແມ່ນສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ອະດີດທະຫານອາສະໝັກສະໜາມຮົບ 479 ບໍລິເວນຮ່າໂນ້ຍ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ. ນີ້ກໍແມ່ນໂອກາດເພື່ອໃຫ້ພະນັກງານ, ອະດີດທະຫານອາສາສະໝັກຫວຽດນາມຢູ່ກຳປູເຈຍ ທົບທວນຄືນປະຫວັດສາດທີ່ສະຫງ່າອົງອາດ, ວິລະກຳ ແລະ ຄວາມເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນຫວຽດນາມເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດພັນທະສາກົນ.