ເປີດກວ້າງກາລະໂອກາດລົງທຶນດຳເນີນທຸລະກິດ,ລົງທຶນລະຫວ່າງຫວຽດນາມແລະສ.ເຊັກໂກ

ເປີດກວ້າງກາລະໂອກາດລົງທຶນດຳເນີນທຸລະກິດ,ລົງທຶນລະຫວ່າງຫວຽດນາມແລະສ.ເຊັກໂກ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ປະທານ​ສະພາ​ສູງສ.​ເຊັກ​ໂກ Milan Stech , ​ໃນ​ວັນ​ທີ 17/11, ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ໄດ້​ສົ​ມທົບ​ກັບ​ຫ້ອງການ​ກາ​ນຄ້າ ​ແລະ ອຸດສາຫະກຳ​ສ.​ເຊັກ​ໂກ ​ແລະ ສະຖານ​ທູດ​ສ.​ເຊັກ​ໂກ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ສ.​ເຊັກ​ໂກ. ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ປະທານ​ຫ້ອງການ​ການຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ດ່ວານ​ຢຸຍ​​ເຄືອງ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ສະພາບ​ຜັນ​ຂະຫຍາຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຂອງ​ການ​ນຳ 2 ປະ​ເທດ, ບັນດາ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ຄວາມ​ເອົາ​ໃຈ​ໃສ່, ​​ບຸລິມະ​ສິດ ​ແລະ ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຢ່າ​ງ​ໃຫ່ຍຫຼວງ​ຢູ່​ຫວຽດນາມ ກໍ​ຄື​ຢູ່​ສ.​ເຊັກ​ໂກ ພວມ​ລໍຖ້າ​ບັນ​ດາ​ວິ​ສາ​ຫະກິດ. ທ່ານ ດ່ວານ​ຢຸຍ​ເຄືອງ ປາດ​ຖະໜາ​ວ່າ, ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ຈະ​ນຳ​ໃຊ້​ກາລະ​ໂອກາດ ​ແລະ ຊອກຫາ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ຍຸດ​ທະ​ສາດ​ທີ່​ເປັນ​ໄປ​ໄດ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານປະທານ​ສະພາ​ສູງສ.​ເຊັກ​ໂກ Milan Stech ຫວັງ​ວ່າ, ວິ​ສາ​ຫະກິດ 2 ປະ​ເທດ​ຈະ​ເພ່ີມ​ທະວີ​ການ​ພົວພັນ​ຮ່ວມ​ມື, ລົງທຶນ​ກວ່າ​ອີກ ​ເພື່ອ​ປະກອບສ່ວນ​ຊຸກຍູ​​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ 2 ປະ​ເທດ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ