ຫວຽດນາມໄດ້ນຳໃຊ້ເຮືອບິນ4ລຳໄປຮັບໃຊ້ການຊອກຫາ
ພາບ:dantri.com.vn
|
(vovworld) - ຕາມຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາກູ້ໄພກູ້ຊີບ ແລ້ວ, ຄາດວ່າ ວັນທີ 13/3, ທະຫານອາກາດ ຫວຽດນາມ ຈະນຳໃຊ້ເຮືອບິນ 3 ລຳ ໄປຊອກຫາເຮືອບິນມາເລເຊຍທີ່ຫາຍສາບສູນຢູ່ເຂດທາງທິດໃຕ້ DK1 ເຖິງທາງທິດເຫນືອເຂດກ່າຍກອງລະຫວ່າງຫວຽດນາມ ແລະ ມາເລເຊຍ. ຢູ່ເທິງທະເລ ຈະນຳໃຊ້ກຳປັ່ນ 7 ລຳ. ກ່ອນຫນ້ານັ້ນ ໄລ່ມາຮອດເວລາ 17 ໂມງ ຂອງວັນທີ 12/3, ຫວຽດນາມ ໄດ້ນຳໃຊ້ເຮືອບິນ 4 ລຳ, ກຳປັ່ນ ປະເພດຕ່າງໆ 9 ລຳ ສືບຕໍ່ຊອກຫາຢູ່ລຽບຕາມສາຍການບິນ L637 ຈາກ ກົວລາລຳເປີ - ປັກກີ່ງ ເພື່ອເປີດກວ້າງຂອບເຂດຊອກຫາ. ນອກນັ້ນ ຍັງມີກຳປັ່ນຕື່ມອີກ 4 ລຳ, ເຮືອບິນ 4 ລຳ ຂອງບັນດາປະເທດຄື: ຈີນ, ອາເມລິກາ, ມາເລເຊຍ ແລະ ໄທ ເຂົ້າຮ່ວມການຊອກຫາ.