ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ
(vovworld) - ເບລາຣູດ ພວມລໍຖ້າການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ. ເບລາຣູດ ຫວັງວ່າ, ສອງຝ່າຍສາມາດພິຈາລະນາ, ຍົກການພົວພັນຄູ່ຮ່ວມມືໃຫ້ຂຶ້ນສູ່ລະດັບຍຸດທະສາດໃໝ່. ນັ້ນແມ່ນຄວາມເຫັນຂອງທ່ານເອກອັກຄະລັດຖະທູດ ສ.ເບລາຣູດ ປະຈຳຫວຽດນາມ ທ່ານ Valery Sadokho, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບການພົວພັນສອງຝ່າຍລະຫວ່າງສອງປະເທດ, ໃນການຢ້ຽມຢາມເບລາຣູດ ຈະມາເຖິງຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ. ທ່ານເອກອັກຄະລັດຖະທູດ ສ.ເບລາຣູດ ປະຈຳຫວຽດນາມ ຖືວ່າ, ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ຜ່ານການຢ້ຽມຢາມຄັ້ງນີ້, ສອງປະເທດຈະເປີດກວ້າງການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ… ທ່ານ Valery Sadokho ໃຫ້ຮູ້ວ່າ, ສອງປະເທດພວມປະຕິບັດວິວັດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ບັນດາປະເທດພັນທະມິດພາສີ, ເຊິ່ງລວມມີລັດເຊຍ, ເບລ່ຣູດ, ກາຢັກສະຖານ ກ່ຽວກັບການສ້າງຕັ້ງເຂດການຄ້າເສລີໃຫ້ສຳເລັດ. ຫວັງວ່າ, ຕົ້ນປີໃໝ່ຈະລົງນາມໃນສັນຍາການຄ້າເສລີ, ເປີດແງ່ຫວັງໃໝ່ໃນການເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງສອງຝ່າຍ.