ເປີດກ້ວາງແລະເຮັດໃຫ້ ການພົວພັນຄູ່ຮ່ວມມື ເລິກເຊິ່ງຂຶ້ນຕື່ມ
(ພາບປະກອບ: TTXVN)
(vovworld) – ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 47 (AMM-47), ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື (PMC), ອາຊຽນກັບ 3 ປະເທດອາຊີຕາເວັນອອກສ່ຽງເໜືອຄັ້ງທີ 15 (APT-15), ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກຄັ້ງທີ 4 (EASFMM-4) ແລະ ເວທີປາໄສພາກພື້ນອາຊຽນຄັ້ງທີ 21 (ARF-21) ຖືກຈັດຂຶ້ນແຕ່ວັນທີ 5-10/8/2014 ຢູ່ Nay Pyi Taw ປະເທດ ສ.ມຽນມາ. ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດສຳຄັນທີ່ສຸດໃນປີຂອງອາຊຽນ ແລະ ລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ 27 ປະເທດ (ລວມມີ 10 ປະເທດອາຊຽນ ແລະ 17 ປະເທດຄູ່ຮ່ວມມື). ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດເພື່ອແນໃສ່ສຳຫຼວດກວດກາການຮ່ວມມືໃນອາຊຽນ, ການພົວພັນລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືໃນໄລຍະຜ່ານມາ, ປຶກສາຫາລືການກຳນົດທິດຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຕ່າງກໍ່ມີຄວາມສົນໃຈ, ພິເສດແມ່ນສັນຕິພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເພື່ອແນໃສ່ປັບປຸງນ້ຳໃຈສາມັກຄີ ແລະ ການຮ່ວມມືໃນອາຊຽນ, ສ້າງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ເສີມຂະຫຍາຍບົດບາດໃຈກາງໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການຮ່ວມມືໃນພາກພື້ນ; ເປີດກ້ວາງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ ປະກອບສ່ວນເຂົ້າໃນບັນດາຈຸດໝາຍ ແລະ ຜົນປະໂຫຍດລວມຂອງອາຊຽນ./