ເປີດກ້ວາງໂຄງການ ACP ຢູ່ບັນດາແຂວງເຂດທ່ົງພຽງແມ່ນ້ຳຂອງ
ໂຄງການ ACP: ໝາຍເຖິງໂຄງການແກ່ງແຍ້ງດ້ານກະສິກຳ
(ພາບປະກອບ)
(vovworld) – ຫ້ອງວ່າການລັດຖະບານຫາກໍ ມີເອກະສານແຈ້ງຄຳເຫັນຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ Hoang Trung Hai, ຕົກລົງກ່ຽວກັບແຜນນະໂຍບາຍເພີ່ມເຕີມ, ສ້າງໂຄງປະກອບແຫຼ່ງທຶນຄືນໃໝ່, ເປີດກ້ວາງໂຄງການແກ່ງແຍ້ງດ້ານກະສິກຳ (ຫຼື ACP) ໂດຍທະນາຄານໂລກອຸປະຖຳ ຢູ່ບັນດາແຂວງໃນເຂດທ່ົງພຽງແມ່ນ້ຳຂອງ ຕາມຂໍ້ສະເໜີຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ. ທ່ານຮອງນາຍົກລັດຖະມົນຕີ ມອບໝາຍໃຫ້ທະນາຄານແຫ່ງລັດຫວຽດນາມ ດຳເນີນບັນດາລະບຽບການ ເພື່ອດັດບັບ, ເພີ່ມເຕີມ, ປັບປຸງສັນຍາໃຫ້ແກ່ໂຄງການ, ຍືນສະເໜີ, ອະນຸມັດຜ່ານຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຊັນຂໍ້ຜູກພັນ, ເຂົ້າຮ່ວມ ແລະ ປະຕິບັດສົນທິສັນຍາສາກົນປີ 2005. ກະຊວງກະສິກຳ ແລະ ພັດທະນາຊົນນະບົດຊີ້ນຳຢ່າງຕິດແທດ ແລະ ມີມາດຕະການຍູ້ໄວລະດັບປ່ອຍເງິນ, ຮັບປະກັນໃນປີ 2012, ໂຄງການດັ່ງກ່າວຈະບໍ່ນອນໃນບັນຊີລາຍຊື່ບັນດາໂຄງການປ່ອຍເງິນຢ່າງຊັກຊ້າ.