ເປີດການສາຍຮູບເງົາສະເຫຼີມສະຫຼອງ70ປີແຫ່ງວັນປະຕິວັດເດືອນສິງຫາແລະວັນສະຖາປະນາທີ2ກັນຍາ
(ພາບປະກອບ)
(vovworld) – ການສາຍຮູບເງົາສະເຫຼີມສະຫຼອງ 70 ປີແຫ່ງວັນປະຕິວັດເດືອນສິງຫາ (19/08/1945 – 19/08/2015) ແລະ ວັນສະຖາປະນາທີ 02 ກັນຍາ (02/09/1945 – 02/09/2015) ຖືກດຳເນີນໄປໃນຕອນຄໍ່າວັນທີ 19/08, ຢູ່ຮ່າໂນ້ຍ. ຕາມນັ້ນແລ້ວ, ມີຮູບເງົາຫຼາຍເລື່ອງກ່ຽວກັບປະທານໂຮ່ຈິມິນ ແລະ ການປະຕິວັດຂອງຊາດ ຈະຖືກສາຍເພື່ອຮັບໃຊ້ຜູ້ຊົມທົ່ວປະເທດໃນໂອກາດນີ້.
ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮີນວິ້ງອ໋າຍ ໃຫ້ຮູ້ວ່າ, ໃນການສາຍຮູບເງົາຄັ້ງນີ້ຈະແກ່ຍາວຮອດວັນທີ 05/09, ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນການເຄື່ອນໄຫວວັດທະນະທຳ ສິລະປະທີ່ແທດຈິງ ເພື່ອສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງຊາດ.
“ການສາຍຮູບເງົາຄັ້ງນີ້, ມີຮູບເງົາຫຼາຍເລື່ອງກ່ຽວກັບປະຫວັດສາດ, ການປະຕິວັດ, ປະທານໂຮ່ຈິມິນ, ທີ່ວາດພາບບັນດາຕົວລະຄອນປະຫວັດສາດທີ່ເປັນແບບຢ່າງໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ບັນດາຮູບເງົາໄດ້ຊ່ວຍໃຫ້ພວກເຮົາຫວນຄືນຈຸດເວລາສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ແລະ ໄລຍະທາງ 70 ປີແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາປະເທດຊາດ”.