(ພາບປະກອບ:hkpdtq2012.edu.vn)
( vovworld ) – ພິທີເປີດງານມະຫາກຳກິລາ Hoi khoe Phu Dong ຊື່ງແມ່ນງານມະຫາກຳກິລາສຳຫລັບທົ່ວຂະແໜງສຶກສາ ທົ່ວປະເທດຄັ້ງທີ 8 ປີ 2012 ໄດ້ຖືກດຳເນີນໄປໃນຕອນຄ່ຳວັນທີ 6/8 ຢູ່ນະຄອນ Can Tho. ຮອບຊິງຊະນະເລີດງານມະຫາກຳກິລາຄັ້ງນີ້ ດຳເນີນໄປແຕ່ວັນທີ 26/7-12/8/2012. ເຂົ້າຮ່ວມງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດມີພວກນ້ອງນັກຮຽນໃນເກນອາຍຸແຕ່ 6-17 ປີ ແລະ ທຳການແຂ່ງຂັນໃນກິລາ 19 ປະເພດຄື: ແລ່ນ ແລະ ລານ, ລອຍນ້ຳ, ຫຼີ້ນໝາກຮຸກ, ມວຍກາຣາເຕ, ເທັກຄອນໂດ, ວໍວີນາມມວຍຫວຽດນາມມ, ຢູໂດ…. ກ່ອນໜ້ານັ້ນຄືໃນວັນທີ 5/8, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ໄປກວດກາເຂດກິລາໃນນ້ຳ, ສູນແຂ່ງຂັນກິລາ ແລະ ສະໜາມກິລາ Can Tho ຊື່ງແມ່ນແຫ່ງຈັດພິທີເປີດ ແລະ ພິທີອັດງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຕີລາຄາສູງວຽກງານກະກຽມຂອງຄະນະຈັດຕັ້ງງານມະຫາກຳກິລາ, ຍ້ອງຍໍສັນລະເສີນບັນດາຄວາມມານະພະຍາຍາມຂອງກະຊວງສຶກສາ ແລະ ບຳລຸງສ້າງ ກໍ່ຄືນະຄອນ Can Tho ໃນວຽກງານປະສານສົມທົບກັນກະກຽມຈັດງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດໃນກ່ວາ 2 ປີຜ່ານມາ.