(vovworld) - ດ້ວຍຫົວເລື່ອງ “ສາຍຟິມຮູບເງົາ-ເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງ”, ງານມະໂຫລານສາຍຮູບເງົາສາກົນຮ່າໂນ້ຍຄັ້ງທີ 3 ຖືກໄຂຂຶ້ນໃນຕອນຄຳ່ວັນທີ 23/11, ຢູ່ຮ່າໂນ້ຍ. ເຂົ້າຮ່ວມງານມະໂຫລານດັ່ງກ່າວມີ ຮູບເງົາ 130 ເລື່ອງຂອງ 32 ປະເທດ ແລະ ເຂດແຄ້ວນ. ກ່າວຄຳເຫັນທີ່ພິທີເປີດ, ທ່ານຫງວຽນເທ໋ຖາວ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ:
“ງານມະໂຫລານຮູບເງົາສາກົນຮ່າໂນ້ຍ ແມ່ນວັນບຸນທີ່ໃຫຍ່ຫຼວງ ເພື່ອເຊີດຊູບັນດາຮູບເງົາທີ່ດີເດັ່ນ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ມີມູນຄ່າສິລະປະສູງດ້ວຍການຄົ້ນຫາ, ຊອກຮູ້ໃໝ່. ພ້ອມທັງປະກອບສ່ວນສຳຄັນໃນການໂຄສະນາເຜີຍແຜ່ພາບພົດປະເທດຊາດ ແລະ ຊາວຫວຽດນາມ ຜ່ານພາບພົດນະຄອນຫຼວງຮ່າໂນ້ຍອະລິຍະທຳນັບພັນປີ ດ້ວຍປະຫວັດສາດ, ທັດສະນີຍະພາບທີ່ສວຍງາມ, ຊາວຮ່າໂນ້ຍມີຄວາມສະໜິດສະໜົມ ແລະ ຮັກແພງແຂກຊົມ”.
ໃນຂອບເຂດຂອງງານມະໂຫລານດັ່ງກ່າວ, ມີການເຄື່ອນໄຫວຫຼາຍຢ່າງຈະຖືກຈັດຕັ້ງຄື: ກອງປະຊຸມສຳມະນາ “ການຮ່ວມມືຖ່າຍທຳຮູບເງົາລະຫວ່າງຫວຽດນາມ ແລະ ບັນດາປະເທດ”; ໂອ້ລົມສົນທະນາ “ການຜະລິດ ແລະ ເຜີຍແຜ່ຮູບເງົາເອກະລາດ-ບົດຮຽນຈາກຮູບເງົາຟີລິບປີນ”. ງານມະໂຫລານຮູບເງົາສາກົນຮ່າໂນ້ຍຄັ້ງທີ 3 ໄດ້ດຳເນີນແຕ່ວັນທີ 23-27/11/2014.