ເປີດຕົວບົດລາຍງານຄົ້ນຄວ້າພາກພື້ນກ່ຽວກັບຄວາມພ້ອມທີ່ຈະພັດທະນາແຫຼ່ງຊັບພະຍາກອນມະນຸດໃນອາຊຽນ

(VOVWORLD) -ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການຫັນຖະແຫຼງການອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ສະພາບວຽກງານທີ່ພວມມີການປ່ຽນແປງໃຫ້ປະກົດຜົນເປັນຈິງ
ເປີດຕົວບົດລາຍງານຄົ້ນຄວ້າພາກພື້ນກ່ຽວກັບຄວາມພ້ອມທີ່ຈະພັດທະນາແຫຼ່ງຊັບພະຍາກອນມະນຸດໃນອາຊຽນ - ảnh 1ພິທີເປີດຕົວບົດລາຍງານ
(ພາບ: TTXVN)

ຕອນບ່າຍວັນທີ 26 ເມສາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບຄະນະເລຂາອາຊຽນ, ໂຄງການຮ່ວມມືເຂດອາຊຽນ ໃນການສຶກສາອາຊີບ ໄດ້ຈັດພິທີເປີດຕົວ “ບົດລາຍງານຄົ້ນຄວ້າພາກພື້ນກ່ຽວກັບຄວາມພ້ອມທີ່ຈະພັດທະນາແຫຼ່ງຊັບພະຍາກອນມະນຸດໃນອາຊຽນ” ທາງອອນລາຍ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການຫັນຖະແຫຼງການອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ສະພາບວຽກງານທີ່ພວມມີການປ່ຽນແປງໃຫ້ປະກົດຜົນເປັນຈິງ ແລະ ທິດທາງປະຕິບັດຖະແຫຼງການເຊິ່ງບັນດາການນຳອາຊຽນ ໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ 37 ໃນປີ 2020.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ເລເຕີນຢຸງ ຢືນຢັນວ່າ: ບົດລາຍງານດັ່ງກ່າວແມ່ນເອກະສານທີ່ມີຄ່າ, ລວບລວມກ່ຽວກັບກອບນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວຂອງບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຮ່ຳຮຽນ ແລະ ບັນດາທັກສະທີ່ຈຳເປັນໃຫ້ແກ່ອະນາຄົດ. ບົດລາຍງານກໍ່ກຳນົດບັນດາປັດໄຈທີ່ຈຳເປັນເພື່ອສ້າງກອບນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດສະໜິດຕິດພັນ, ເປັນເຈົ້າການຮັບມື ກໍຄື “ກຽມພ້ອມ” ຕອບສະໜອງໃນສະພາບວຽກງານທີ່ພວມມີການປ່ຽນແປງ.

ຕອບກັບ

ຂ່າວ/ບົດ​ອື່ນ