(VOVWORLD) - ວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມຄົ້ນຄ້ວາ, ໃຫ້ຄຳປຶກສາດ້ານນະໂຍບາຍ, ກົດໝາຍ ໃຫ້ແກ່ການເຄື່ອນໄຫວລົງທຶນຢູ່ ຫວຽດນາມ ໄດ້ເປີດຕົວຢ່າງເປັນທາງການ ແລະ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 1 , ອາຍຸການ 2019 – 2024.
ນີ້ແມ່ນຮູບແບບທຳອິດຢູ່ ຫວຽດນາມ ແລະ ຫວັງວ່າຈະນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ວິສາຫະກິດການລົງທຶນ, ກໍ່ຄືການສ້າງ ແລະ ປະຕິບັດນະໂຍບາຍກົດໝາຍວ່າດ້ວຍການລົງທຶນ. ດ້ວຍຈຳນວນສະມາຊິກປະມານ 100 ຄົນ, ສະຫະສະມາຄົມຈະກາຍເປັນສະຖານທີ່ເຕົ້າໂຮມຂອງບັນດານັກຊ່ຽວຊານ, ທະນາຍຄວາມ, ບັນດານັກວິເຄາະດ້ານກົດໝາຍແຖວໜ້າຂອງຫວຽດນາມ, ໃນໄລຍະຈະມາເຖິງສະຫະສະມາຄົມຈະສືບຕໍ່ຂະຫຍາຍສະມາຊິກ, ພ້ອມທັງປາດຖະໜາຢາກກາຍເປັນຫົວໜ່ວຍແຖວໜ້າກ່ຽວກັບການຄົ້ນຄ້ວາ, ໃຫ້ຄຳປຶກສາດ້ານນະໂຍບາຍການລົງທຶນຢູ່ ຫວຽດນາມ. ທ່ານ ເຈິ່ນເຊີນຫວູ, ຫົວໜ້າຄະນະຂົນຂວາຍສະຫະສະມາຄົມ ຄົ້ນຄ້ວາ,ໃຫ້ຄຳປຶກສາດ້ານນະໂຍບາຍ, ກົດໝາຍໃຫ້ແກ່ການເຄື່ອນໄຫວລົງທຶນຢູ່ ຫວຽດນາມໃຫ້ຮູ້ວ່າ:
“ສະຫະສະມາຄົມໄດ້ສ້າງຕັ້ງຂຶ້ນດ້ວຍຈຸດປະສົງເພື່ອຮັບເອົາແຫຼ່ງເງິນທຶນ ຫຼື ຄວາມຕ້ອງການໃນການລົງທຶນຂອງບັນດາອົງການ, ກຸ່ມບໍລິສັດການເງິນຂອງຕ່າງປະເທດທີ່ລົງທຶນເຂົ້າຫວຽດນາມ. ສຳຄັນທີ່ສຸດແມ່ນຕ້ອງມີການໂອ້ລົມສົນທະນາກັບເຂົາເຈົ້າ, ກຳນົດຄວາມຕ້ອງການໃນການລົງທຶນເປັນຄືແນວໃດ ແລະ ພວມມີຂໍ້ຕິດຂັດຢູ່ນະໂຍບາຍໃດນັ້ນຈຶ່ງຍົກອອກ ບັນຫາທີ່ຕ້ອງຄົ້ນຄ້ວາ ເພື່ອນຳໃຊ້, ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບນະໂຍບາຍນັ້ນຂອງບັນດານັກລົງທຶນກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ”.