ເປີດ​ນຳ​ໃຊ້​ໄລ​ຍະ​ທີ 1 ຂອງ​ລະ​ບົບ​ສຽງ​ສີ​ແສງ ຢູ່ 3 ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຢູ່ ກວ໋າງ​ຈິ

(VOVWORLD) -ລະດົບສຽງ, ສີ, ແສງ ດັ່ງກ່າວໄດ້ນຳເຂົ້າໃຊ້ງານ, ບໍ່ພຽງແຕ່ສ້າງເງື່ອນໄຂສະດວກເພື່ອຮັບໃຊ້ພໍ່ແມ່ປະຊາຊົນ, ນັກຮົບ ແລະ ປະຊາຊົນໃນທົ່ວປະເທດມາຢ້ຽມຢາມໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນວິວັດທະນາການກໍ່ສ້າງ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳປະຫວັດສາດ, ສົມທົບກັບການພັດທະນາການທ່ອງທ່ຽວອີກດ້ວຍ.
ເປີດ​ນຳ​ໃຊ້​ໄລ​ຍະ​ທີ 1 ຂອງ​ລະ​ບົບ​ສຽງ​ສີ​ແສງ ຢູ່ 3 ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຢູ່ ກວ໋າງ​ຈິ - ảnh 1ເປີດນຳໃຊ້ໄລຍະ 1 ລະບົບບັນດາກິດຈະກຳສຽງ, ສີ, ແສງ ຢູ່ ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2022), 50 ປີ ແຫ່ງວັນປົດປ່ອຍແຂວງ ກວ໋າງຈິ (1/5/1972-1/5/2022), ເຫດການ 81 ວັນ ແລະ ຄືນປົກປັກຮັກສາກຳແພງເກົ່າ ກວ໋າງຈິງ ຄົບຮອບ 81 ປີ, ຕອນຄ່ຳວັນທີ 30 ເມສາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ແຂວງ ກວ໋າງຈິ ໄດ້ຈັດຕັ້ງພິທີເປີດນຳໃຊ້ໄລຍະ 1 ລະບົບບັນດາກິດຈະກຳສຽງ, ສີ, ແສງ ຢູ່ ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງແມ່ນ້ຳຮ່ຽນເລືອງ - ເບັ໊ນຫາຍ ແລະ ເຂດປູຊະນີຍະສະຖານລະດັບຊາດພິເສດ ກຳແພງເກົ່າ ກວ໋າງຈິ. ທີ່ພິທີ, ການນຳບັນດາຫົວໜ່ວຍ, ທ້ອງຖິ່ນ ພ້ອມດ້ວຍປະຊາຊົນ ໄດ້ຖະຫວາຍທູດທຽນ, ວາງພວງມາລາ ເພື່ອອາໄລຫານັກຮົບ 10.263 ຄົນເສຍສະຫຼະຊີວິດເພື່ອຊາດຢູ່ຕາມເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍໃນໄລຍະຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ລະດົບສຽງ, ສີ, ແສງ ດັ່ງກ່າວໄດ້ນຳເຂົ້າໃຊ້ງານ, ບໍ່ພຽງແຕ່ສ້າງເງື່ອນໄຂສະດວກເພື່ອຮັບໃຊ້ພໍ່ແມ່ປະຊາຊົນ, ນັກຮົບ ແລະ ປະຊາຊົນໃນທົ່ວປະເທດມາຢ້ຽມຢາມໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນວິວັດທະນາການກໍ່ສ້າງ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳປະຫວັດສາດ, ສົມທົບກັບການພັດທະນາການທ່ອງທ່ຽວອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ