ເປີດສະຫຼອງປະຕູຖານຂໍ້ມູນສະພາແຫ່ງຊາດ
ເປີດສະຫຼອງປະຕູຖານຂໍ້ມູນເອເລກໂຕນິກສະພາແຫ່ງຊາດ
(ພາບ: baomoi.com)
(vovworld) - ຕອນເຊົ້າວັນທີ 6/4, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີເປີດສະຫຼອງປະຕູຖານຂໍ້ມູນເອເລກໂຕນິກສະພາແຫ່ງຊາດ ສສ ຫວຽດນາມ, ດ້ວຍລະຫັດ http://quochoi.vn. ປະຕູຖານຂໍ້ມູນເອເລກໂຕນິກສະພາແຫ່ງຊາດ ຖືກສ້າງຂຶ້ນເພື່ອແນໃສ່ສ້າງເງື່ອນໄຂຕິດຕໍ່ພົວພັນ, ສະໜອງຂໍ້ມູນ, ໂຄສະນາກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍ ແລະ ຮູບພາບກ່ຽວກັບສະພາແຫ່ງຊາດເຖິງປະຊາຊົນ, ຜູ້ມີສິດເລືອກຕັ້ງໃນປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນດ້ວຍພາສາຫວຽດນາມ ແລະ ພາສາອັງກິດ. ກ່າວຄວາມເຫັນນະພິທີ, ທ່ານ ຫງວຽນແຮ້ງຟຸກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຢືນຢັນວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ປະຕູຖານຂໍ້ມູນເອເລກໂຕນິກສະພາແຫ່ງຊາດຈະບັນລຸຈຸດໝາຍທີ່ໄດ້ວາງອອກ ແລະ ກາຍເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບປະຊາຊົນ. ຜ່ານນັ້ນ, ປະກອບສ່ວນປ່ຽນໃໝ່, ຍົກສູງຜົນສັກສິດ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ຄະນະຜູ້ແທນປະຊາຊົນ .“
ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ກົດປຸ່ມເປີດສະຫຼອງປະຕູຖານຂໍ້ມູນເອເລກໂຕນິກສະພາແຫ່ງຊາດ, ດ້ວຍການເປັນສັກຂີພິຍານຂອງບັນດາທ່ານຮອງປະທານສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ.