ເປີດສະຫຼອງປະຕູຖານຂໍ້ມູນອາຊຽນຫວຽດນາມ

ເປີດສະຫຼອງປະຕູຖານຂໍ້ມູນອາຊຽນຫວຽດນາມ - ảnh 1
(ພິທີ​ເປີດ​ສະຫຼອງ​ປະຕູ​ຖານ​ຂໍ້​ມູນ ອາ​ຊຽນ - ຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 21/9 ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດາມ ຈັດ​ພິທີ​ເປີດ​ສະຫຼອງ​ປະຕູ​ຖານ​ຂໍ້​ມູນ ອາ​ຊຽນ - ຫວຽດນາມ ດ້ວຍ 3 ລະຫັດ​ແມ່ນ: aseanvietnam.vn, vietnamasean.vn  ​ແລະ asean.vietnam.vn ດ້ວຍ​ພາສາ​ ຫວຽດນາມ ​​ແລະ ພາສາ ​ອັງກິດ. ນອກຈາກ​ການ​ສະໜອງ​ຂໍ້​ມູນ​ພາຍ​ໃນ​ໃນ​ການ​ບໍລິຫານ​, ຜັນ​ຂະຫຍາຍ​ການ​ເຄື່ອນໄຫວຂອງ​ຄະນະ​ຊີ້ນຳ​ໂຄສະນາ​ເຜີຍ​ແຜ່ ອາ​ຊຽນ, ປະຕູ​ຖານ​ຂໍ້​ມູນນີ້ ຍັງ ໂຄສະນາ​ເຜີຍ​ແຜ່ກ່ຽວກັບ ອາ​ຊຽນ ​ແລະ ບັນດາ​ປະ​ເທດສະມາ​ຊິກ ​ເຖິງ​ພໍ​ແມ່​ປະຊາຊົນ​ພາຍ​ໃນ​ປະ​​ເທດ ກໍ​ຄື​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ກໍ​ແມ່ນ​ປະຕູຖານ​ຂໍ້​ມູນ​ກ່ຽວກັບ ອາຊຽນ ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ ຫງວຽນ​ບ໋ັກຊອນ ລັດຖະມົນຕີ​ວ່າ​ການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽນ​ດາມ ​​ຢືນຢັນ​ວ່າ: ​ເລື່ອງ​ສ້າງ ​ແລະ ​ເປີດ​ສະຫຼອງ​ປະຕູ​ຖານ​ຂໍ້​ມູນ ອາ​ຊຽນ - ຫວຽດນາມ ​ແມ່ນ​ການ​ເຄື່ອນ​ໄຫວ​ລະອຽດ, ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ໃນ​ລາຍການ​ສື່ສານ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ອາ​ຊຽນ ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມ, ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ປະຊາ​ຄົມ ອາ​ຊຽນ ສັນຕິພາບ, ພັດທະນາ ​ແລະ ວັດທະນາ​ຖາວອນ.

 

ຂ່າວ/ບົດ​ອື່ນ