(vovworld) – ວັດ ດ້າຍໂລກ, ເຊິ່ງເປັນວັດ ນາມຕົງ ແຫ່ງທຳອິດຂອງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ປະເທດອິນເດຍ, ຫາກໍ່ເປີດສະຫຼອງໃນວັນທີ 06/12 ຢູ່ນະຄອນ Varanasi, ລັດ Andhra Pradesh. ຜູ້ຕາງໜ້າສະມາຄົມພຸດທະສາສະໜາຫວຽດນາມ, ຄະນະສາສະໜາລັດຖະບານ, ສະຖານທູດຫວຽດນາມ ປະຈຳອີນເດຍ, ອຳນາດການປົກຄອງນະຄອນ Varanasi, ພ້ອມກັບພຸດທະສາສະນິກກະຊົນ, ພະສົງສາມະເນນ 10.000 ຄົນ ແລະແຂກຖືກເຊີນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິຍເດຍ ຕົນສິງແທ່ງ ຖືວ່າ, ດ້ວຍການພັດທະນາອັນດີງາມໃນການພົວພັນລະຫວ່າງຫວຽດນາມ - ອິນເດຍ, ວັດ ດ້າຍໂລກ ຈະແມ່ນຈຸດນັດພົບຂອງຊາວຫວຽດນາມ. ສິ່ງດັ່ງກ່າວບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານການເຊື່ອຖືຂອງພຸດທະສາສະນິກກະຊົນເທົ່ານັ້ນ, ຫາກຍັງຮັດແໜ້ນນຳ້ໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດອີກດ້ວຍ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຕົນສິງແທ່ງ ໄດ້ສະແດງຄວາມຂອບໃຈເຖິງອຳນາດການປົກຄອງນະຄອນ Varanasi, ລັດ Andhra Pradesh ທີ່ໄດ້ສະໜັບສະໜູນ ແລະ ສ້າງເງື່ອນໄຂຊ່ວຍເຫຼືອການກໍ່ສ້າງວັດຫວຽດນາມ ຢູ່ນະຄອນບູຣານ ແລະ ສັກສິດນີ້.