ເປີດສະຫຼອງອະນຸສາວະລີສາດສະດາຈານ Juan Bosch - ປະທານາທິບໍດີຄົນທຳອິດປະເທດສ.ໂດມີນິກ

(VOVWORLD) -ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີເປີດສະຫຼອງອະນຸສາວະລີສາດສະດາຈານ Juan Bosch (1909 - 2001), ຜູ້ນຳຂະບວນການຕໍ່ສູ້ປົດປ່ອຍຊາດຢູ່ອາເມລິກາລາຕິງ ແລະ ເປັນປະທານາທິບໍດີຄົນທຳອິດຂອງປະເທດສ.ໂດມີນິກ ຢູ່ສວນສາທາລະນະສັນຕິພາບ (ຮ່າໂນ້ຍ).

ເປີດສະຫຼອງອະນຸສາວະລີສາດສະດາຈານ Juan Bosch - ປະທານາທິບໍດີຄົນທຳອິດປະເທດສ.ໂດມີນິກ - ảnh 1ເປີດສະຫຼອງອະນຸສາວະລີສາດສະດາຈານ Juan Bosch - ປະທານາທິບໍດີຄົນທຳອິດປະເທດສ.ໂດມີນິກ

(ພາບ: hanoimoi.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ຢືນຢັນວ່າ, ສາດສະດາຈານ Juan Bosch ແມ່ນຜູ້ທີ່ໄດ້ສະໜັບສະໜູນ ແລະ ມີຄວາມເຊື່ອໝັ້ນຢ່າງສິນເຊິງຕໍ່ການຊີ້ນຳນຳພາຂອງປະທານໂຮ່ຈິມິນ ໃນການຕໍ່ສູ້ປົດປ່ອຍຊາດ, ການທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ. ເລື່ອງເປີດສະຫຼອງອະນຸສາວະລີສາດສະດາຈານ Juan Bosch ຢູ່ນະຄອນຫຼວງຮ່າໂນ້ຍ ເປັນການຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.

        ສ່ວນທ່ານເລຂາທິການໃຫຍ່ ພັກຂະບວນການຝ່າຍຊ້າຍເອກະພາບ, ລັດຖະມົນຕີກະຊວງນະໂຍບາຍເຊື່ອມໂຍງເຂົ້າກັບພາກພື້ນ ສ.ໂດມິນິກ Miguel Mejia ຢືນຢັນວ່າ, ນີ້ແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ ເພື່ອແນໃສ່ສືບຕໍ່ສ້າງໜ້າປະຫວັດສາດໃໝ່ຂອງການພົວພັນອັນດີງາມລະຫວ່າງ 2 ຊາດ, ເພື່ອໃຫ້ລຸ້ນປະຈຸບັນ ແລະ ອະນາຄົດສືບຕໍ່ຮັກສາ, ເສີມຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ