ເປີດໄລຍະພັດທະນາໃໝ່ໃນການພົວພັນຫວຽດນາມແລະອຽກລັງ

ເປີດໄລຍະພັດທະນາໃໝ່ໃນການພົວພັນຫວຽດນາມແລະອຽກລັງ - ảnh 1
ພິ​ທີ​ຕ້ອນ​ຮັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ອຽກ​ລັງ Michael Daniel Higgins 
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ອຽກ​ລັງ Michael Daniel Higgins ແລະ ພັນ​ລະ​ຍາ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແຕ່​ວັນ​ທີ 5 – 14/11. ຕອນ​ເຊົ້າ​ວັນ​ທີ 7/11, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Daniel Higgins ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ເຈ​ລະ​ຈາ​ກັບ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins. ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ.

        ຕອນ​ເຊົ້າ​ວັນ​ທີ 8/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ມີ​ການ​ໂອ້​ລົມ​ກັບ​ນັກ​ສຶກ​ສາມ​າ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ. ຕອນ​ບ່າຍ​ວັນ​ທີ 8/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ຈະ​ພົບ​ປ​ະ ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  ແລະ ເຂົ້າ​ຢ້ຽມ​ຂຳ​່​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ. ໃນ​ລາຍ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ຈະ​ໄປ​ຢ້ຽມ​ຢາມບັນ​ດາ​ໂຄງ​ການຊອກ​ຫາ, ທຳ​ລາຍ​ລູກ​ລະ​ເບີດ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ ອາຍ​ແລນ ອຸ​ປະ​ຖຳ​ຢູ່ ເຫ້ວ ແລະ ກວາງ​ຈີ້, ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈີ​ມິນ, ອ່າວ ຮ້າ​ລອງ, ແຂວງ ກວາງ​ນີງ.

        ຕ​າມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລ້ວ, ການ​ຢ້ຽມ​ຢາມ​ຂັ້ນ​ສູງນີ້​ເພື່ອ​ແນ​ໃສ່​ເປັນ​ຂີດ​ໝາຍ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອຽກ​ລັງ (1996- 2016) ແລະ ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ