ເປັນຄັ້ງທຳອິດທິມກິລາບານສົ່ງຍິງ ຫວຽດນາມ ສາມາດເຂົ້າຮອບແຂ່ງຂັນຮອງຊະນະເລີດ ອາຊີ
(VOVWORLD) - ງານແຂ່ງຂັນບານສົ່ງຍິງຊິງແຊ້ມ ອາຊີ 2023 ໄດ້ຈັດຂຶ້ນແຕ່ວັນທີ 30 ສິງຫາ ຫາ 06 ກັນຍາ ທີ່ນະຄອນ ຣາດຈະສີມາ (ໄທ) ດ້ວຍການເຂົ້າຮ່ວມຂອງ 14 ທິມ ແບ່ງອອກເປັນ 4 ສາຍ.
ທິມກິລາບານສົ່ງຍິງ ຫວຽດນາມ ໄດ້ເອົາຊະນະຕໍ່ທິມ ອົດສະຕາລີ ດ້ວຍຄະແນນ 3-0
(ພາບ: VTV)
|
ທິມກິລາບານສົ່ງຍິງ ຫວຽດນາມ ໄດ້ເອົາຊະນະຕໍ່ທິມ ອົດສະຕາລີ ດ້ວຍຄະແນນ 3-0 ໃນນັດແຂ່ງຂັນບານສົ່ງຍິງໃນສາຍ E ຮອບທີ 2 ຂອງການແຂ່ງຂັນຊິງແຊ້ມ ອາຊີ ໃນຕອນຄ່ຳວັນທີ 03 ກັນຍາ, ຢູ່ ໄທ. ດ້ວຍຜົນງານດັ່ງກ່າວ, ເປັນຄັ້ງທຳອິດທິມກິລາບານສົ່ງຍິງ ຫວຽດນາມ ສາມາດເຂົ້າແຂ່ງຂັນໃນຮອບຮອງຊະນະເລີດ ບານສົ່ງຍິງ ອາຊີ ເຖິງວ່າຍັງເຫຼືອອີກ 1 ນັດແຂ່ງຂັນໃນສາຍ E - ພົບກັບ ໄທ ເວລາ 18:00 ໂມງ ວັນທີ 04 ກັນຍາ.
ງານແຂ່ງຂັນບານສົ່ງຍິງຊິງແຊ້ມ ອາຊີ 2023 ໄດ້ຈັດຂຶ້ນແຕ່ວັນທີ 30 ສິງຫາ ຫາ 06 ກັນຍາ ທີ່ນະຄອນ ຣາດຈະສີມາ (ໄທ) ດ້ວຍການເຂົ້າຮ່ວມຂອງ 14 ທິມ ແບ່ງອອກເປັນ 4 ສາຍ. 3 ທິມທີ່ມີຜົນງານສູງສຸດຈະສາມາດເຂົ້າຮ່ວມ ງານແຂ່ງຂັນບານສົ່ງຍິງຊິງແຊ້ມໂລກ 2025 (FIVB Championship 2025).