ເປັນຄັ້ງທຳອິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ ຢູ່ອີຣານ

ເປັນຄັ້ງທຳອິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ ຢູ່ອີຣານ - ảnh 1
ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ
ຢູ່​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຄັ້ງ​ທີ 8 ຂອງ​ອີຣານ
(ພາບ: vietnamplus.vn)


(vovworld) – ສະຖານທູດ​ຫວຽດນາມ ປະຈຳ​ອີຣານ ​ໄດ້​​ສົມທົບ​ກັບ 2 ບໍລິສັດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແມ່ນ Eviva ​ແລະ South Pacific ​​ເປັນຄັ້ງ​ທຳ​ອິດ​ໄດ້ຈັດຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ ຢູ່​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຄັ້ງ​ທີ 8 ຂອງ​ອີຣານ, ​ເຊິ່ງຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ​ເຕ​ເຣຣານ ​ໃນ​ວັນ​ທີ 12/02. ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ, ມີ​ບາງ​ບໍລິສັດ​ທ່ອງ​ທ່ຽວ​ອີຣານ ​ໄດ້​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ​ຫວຽດນາມ​, ກໍ່​ຄື 2 ບໍລິສັດ​ທ່ອງ​ທ່ຽວ​ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ແຜນການ​ຈັດ​ຕັ້ງ​ບັນດາ​ລາຍກາ​ນທ່ອງ​ທ່ຽວ​ຢູ່​ຫວຽດນາມ, ພ້ອມ​ທັງ​ຊອກ​ຫາ​ກາ​ລະ​ໂອກາດ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ. ນີ້​ແມ່ນ​ຮູບ​ການຮ່ວມ​ມື​ລະຫວ່າງ​ລັດ ​ແລະ ວິ​ສາ​ຫະກິດ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ປະຕິບັດ​ຢູ່​ອີຣານ ​ເພື່ອ​ແນ​ໃສ່​ໂຄສະນາ​ຄວາມ​ສາມາດບົ່ມຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ​ຫວຽດນາມ ​ໃຫ້​ປະຊາຊົນ​ອີຣານ ກໍ່​ຄື​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ.

ຂ່າວ/ບົດ​ອື່ນ