ເປັນຄັ້ງທຳອິດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີຈັດກອງປະຊຸມ ກ່ຽວກັບຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ
(ພາບປະກອບ)
(vovworld) – ວັນທີ 22/10, ບັນດາເຈົ້າໜ້າທີ່ການທູດຂັ້ນສູງຂອງຈີນ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ມີໜ້າຢູ່ນະຄອນຫຼວງປັກກິງ, ເຂົ້າຮ່ວມກອງປະຊຸມກ່ຽວກັບຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືໃນບັນຫາດັ່ງກ່າວ. ນີ້ແມ່ນກອງປະຊຸມຄັ້ງທຳອິດ ນັບແຕ່ເມື່ອ 3 ປະເທດສ້າງຕັ້ງກົນໄກທາບທາມຄວາມເຫັນກ່ຽວກັບຄວາມປອດໄພດ້ານເຄືອຂ່າຍອິນເຕີແນດປີ 2014. ກ່າວຄຳເຫັນທີ່ການປະຊຸມຂ່າວປະຈຳໄລຍະ, ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ໃຫ້ຮູ້ວ່າ, ບັນດານັກການທູດຮັບຜິດຊອບບັນຫາຄວາມປອດໄພດ້ານເຄືອຂ່າຍອິນເຕີແນດຂອງ 3 ປະເທດ ໄດ້ເປັນປະທານກອງປະຊຸມ. ບັນດາຝ່າຍໄດ້ແນະນຳນະໂຍບາຍ ແລະ ບັນດາກົນໄກຂອງຕົນກ່ຽວກັບຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ ກໍ່ຄືປຶກສາຫາລືບັນດາຫຼັກການຮັບປະກັນຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຄຽງຂ້າງນັ້ນ, ວົງການເຈົ້າໜ້າທີ່ການທູດ 3 ປະເທດ ກໍ່ໄດ້ປຶກສາຫາລືກ່ຽວກັບການຮັບມືກັບອາດຊະຍາກຳທາງເຄືອຂ່າຍອິນເຕີແນດ ແລະ ລັດທິກໍ່ການຮ້າຍ ກໍ່ຄືຮັບມືຢ່າງຮີບດ່ວນທາງເຄືອຂ່າຍອິນເຕີແນດ.