ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກພະຍາດໂດຍໄວຣັດZikaກໍ່ຂຶ້ນ
(ພາບປະກອບ)
(vovworld) – ວັນທີ 31/01, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຕາມແຈ້ງການຂອງອົງການສາທາລະນະສຸກໂລກ (WHO), ໂລກພະຍາດໂດຍໄວຣັດ Zika ກໍ່ຂຶ້ນ ພວມຜັນແປສັບສົນໃນໂລກ ດ້ວຍການແປດໄວ. ປະຈຸບັນມີກ່ວາ 30 ປະເທດ ແລະ ເຂດແຄ້ວນໄດ້ຮັບຮູ້ກໍລະນີຕິດພະຍາດໂດຍໄວຣັດ Zika, ຕົ້ນຕໍແມ່ນບັນດາປະເທດພາກພື້ນອາເມລິກາ. ອົງການສາທາລະນະສຸກໂລກພວມຄົ້ນຄວ້າ ເພື່ອກຳນົດສາຍກ່ຽວພັນຂອງໄວຣັດ Zika. ກະຊວງສາທາລະນະສຸກຢືນຢັນວ່າ: ປະຈຸບັນ ຫວຽດນາມ ຍັງບໍ່ທັນຢືນຢັນມີກໍລະນີຕິດພະຍາດໂດຍ ໄວຣັດ Zika ກໍ່ຂຶ້ນ. ຕໍ່ໜ້າສະພາບການດັ່ງກ່າວ ກະຊວງສາທາລະນະສຸກສະເໜີບັນດາແຂວງ, ນະຄອນຜັນຂະຫຍາຍບັນດາການເຄື່ອນໄຫວກວດໂລກລະບາດຢູ່ບັນດາດ່ານຊາຍແດນສາກົນເປັນຢ່າງດີ; ຕິດຕາມກວດກາຢ່າງແໜ້ນແຟ້ນບັນດານັກທ່ອງທ່ຽວເຂົ້າເມືອງ, ເພື່ອກວດພົບບັນດາກໍລະນີທີ່ສົງໄສຕິດພະຍາດໂດຍໄວ.