ເປັນເຈົ້າການຮັບມືກັບພະຍຸ ນາກຼີ

(VOVWORLD) -  ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ ໄດ້ຈັດຕັ້ງກອງປະຊຸມກ່ຽວກັບການຮັບມືກັບພະຍຸ ນາກຼີ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນໍາ.
ເປັນເຈົ້າການຮັບມືກັບພະຍຸ ນາກຼີ - ảnh 1ປະຊາຊົນກະກຽມຮັບມືກັບພະຍຸ (ພາບປະກອບ: VOV.VN)

        ຕາມການສັງເກດລວມແລ້ວ, ພະຍຸ ນາກຼີ ມີການເຄື່ອນຍ້າຍຢ່າງສັບສົນ ແລະ ຈະເກີດມີລົມແຮງ ແລະ ຝົນຕົກໜັກຢູ່ບັນດາແຂວງນະຄອນ ແຕ່ດ່າໜັງໄປ ຮອດ ນິງທ້ວນ ແລະ ເຂດໄຕງວຽນ.

        ກ່ອນການຜັນແປທີ່ສັບສົນຂອງພະຍຸລູກດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸຸງ ເນັ້ນໜັກວ່າ:

        “ຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ ພ້ອມກັບ ຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ຈົ່ງສືບຕໍ່ແຈ້ງຂ່າວໃຫ້ປະຊາຊົນໄດ້ຮັບຊາບຢ່າງທັນການ ເພື່ອເປັນເຈົ້າການຮັບມືກັບສະພາບການ. ເຮັດແນວໃດ ເພື່ອໃຫ້ບໍ່ພວກເຮົາຕົກເຂົ້າສູ່ທ່າຮັບ ແລະ ກະທັນຫັນ, ຫຼຸດຜ່ອນຜົນເສຍຫາຍຂອງປະຊາຊົນ ແລະ ປະເທດຊາດ.”

        ໃນຂະນະນັ້ນ, ຢູ່ທາງພາກກາງ, ບັນດາແຂວງພວມຮຽກຮ້ອງກໍ່າປັ່ນໃຫ້ເຂົ້າທຽບທ່າຢ່າງຮີບດ່ວນ, ຊອກຫາບ່ອນຈອດຢ່າງປອດໄພ. 

ຕອບກັບ

ຂ່າວ/ບົດ​ອື່ນ