(ທ່ານລັດຖະມົນຕີຊ່ວຍວ່າການ
ກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ)
(vovworld) - ປີ 2015, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງລັດໃນບັນດາຂົງເຂດສື່ມວນຊົນ, ການພິມຈຳໜ່າຍ, ໄປສະນີ, ໂທລະຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຮັບປະກັນຄວາມປອດໄພໃນການສື່ຂ່າວ… ພ້ອມທັງປັບປຸງແຜນຮ່າງວາງແຜນພັດທະນາສື່ສານໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ, ໃຫ້ຮູ້ວ່າ:
“ໃນແຜນຮ່າງວາງແຜນພັດທະນາ ແລະ ຄຸ້ມຄອງສື່ມວນຊົນເຖິງປີ 2025, ໄດ້ເນັ້ນໜັກວ່າການພັດທະນາຕ້ອງໄປຄຽງຄູ່ກັບການຄຸ້ມຄອງທີ່ດີ. ສື່ມວນຊົນຂອງພວກເຮົາ ແມ່ນສື່ມວນຊົນປະຕິວັດ, ສື່ມວນຊົນຕ້ອງແມ່ນອົງການກະບອກສຽງ ແມ່ນເວທີປາໄສຂອງປະຊາຊົນ, ໂຄສະນາບັນດາບັນຫາເຊິ່ງປະຊາຊົນມີຄວາມສົນໃຈ ແລະ ຍົກອອກແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍຂອງລັດເຖິງປະຊາຊົນ. ດັ່ງນັ້ນສື່ມວນຊົນຕ້ອງພາວະວິໄສ, ບໍລິສຸດ ແລະ ມີລັກສະນະສະດຸງໄວອີກ.“