ເປັນເຈົ້າການ, ມີຫົວຄິດປະດິດສ້າງ ໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ
(ທ່ານ ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ
ໂຕຮູຍເຣື໋ຍ ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) – ກອງປະຊຸມແລກປ່ຽນວຽກງານປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບ “ສືບຕໍ່ຍູ້ແຮງວຽກງານຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ” ເຂດທົ່ງພຽງພາກເໜືອ ແລະ ທິດເໜືອພາກກາງ ປີ 2013, ໂດຍຄະນະເລຂາສູນກາງພັກ ຈັດຕັ້ງໃນວັນທີ 25/9, ຢູ່ແຂວງ ບັກນິນ. ບົດລາຍງານທີ່ກອງປະຊຸມຢືນຢັນວ່າ: ພາຍຫຼັງປະຕິບັດມາເປັນເວລາ 2 ປີ, ບັນດາທ້ອງຖິ່ນເຂດທົ່ງພຽງພາກເໜືອ ແລະ ທິດເໜືອພາກກາງ ຍາມໃດກໍ່ຖືເປັນສຳຄັນການສົມທົບລະຫວ່າງການປະຕິບັດຄຳສັ່ງເລກທີ 03 ກັບການປະຕິບັດໜ້າທີ່ການເມືອງຂອງແຕ່ລະທ້ອງຖິ່ນ. ຫຼາຍທ້ອງຖິ່ນໄດ້ສຸມໃສ່ຊີ້ນຳ, ນຳພາແກ້ໄຂບັນດາບັນຫາຈຸດສຸມເຊິ່ງໄດ້ຮັບຄວາມສົນໃຈຈາກຫາງສຽງ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງຈະແຈ້ງໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ.
ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານ ໂຕຮູຍເຣື໋ຍ, ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ສະເໜີໃຫ້ບັນດາເຂດທົ່ງພຽງພາກເໜືອ ແລະ ທິດເໜືອພາກກາງ ສືບຕໍ່ລົງທຶນໃຫ້ແກ່ຂະບວນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ, ພິເສດໃນກຸ່ມບັນດາອົງການບໍລິຫານຄຸມຄອງລັດ, ພ້ອມທັງເພີ່ມທະວີການກວດກາ, ຊຸກຍູ້ເພື່ອເຮັດໃຫ້ການປະຕິບັດຄຳສັ່ງເລກທີ 03 ບັນລຸປະສິດທິຜົນສູງສຸດ.