ເພີ່ມທະວີການຊຳລະເອເລັກໂຕນິກ ແລະ ການບໍລິຫານລະບົບໜູນຊ່ວຍສັງຄົມ

(VOVWORLD) -ກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ ເພີ່ມທະວີລະບົບການບໍລິຫານ ແລະ ຈ່າຍຊຳລະໃຫ້ແກ່ການໜູນຊ່ວຍສັງຄົມ-ຕີລາຄາສະພາບຕົວຈິງ, ບົດຮຽນສາກົນ ແລະ ການກຳນົດທິດໃຫ້ແກ່ຫວຽດນາມ ” ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບທະນາຄານໂລກ ຈັດຂຶ້ນໃນຕອນເຊົ້າວັນທີ 3 ມິຖຸນາຢູ່ຮ່າໂນ້ຍ
ເພີ່ມທະວີການຊຳລະເອເລັກໂຕນິກ ແລະ ການບໍລິຫານລະບົບໜູນຊ່ວຍສັງຄົມ - ảnh 1 ກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ ເພີ່ມທະວີລະບົບການບໍລິຫານ ແລະ ຈ່າຍຊຳລະໃຫ້ແກ່ການໜູນຊ່ວຍສັງຄົມ"

ທີ່ກອງປະຊຸມສຳມະນາ, ທ່ານ ຝ້າມແທງຢື, ຮອງຫົວໜ້າກົມການເງິນ ບັນຊີ ສັງກັດອົງການປະກັນສັງຄົມຫວຽດນາມ ໃຫ້ຮູ້ວ່າ : 

    “ ຕາມມະຕິຂອງລັດຖະບານ ແມ່ນການຂົນຂວາຍ, ແຕ່ຍັງບໍ່ທັນມີລະບຽບກົດໝາຍໃດໆແມ່ນມີລັກສະນະບັງຄັບ. ດັ່ງນັ້ນ, ການຜັນຂະຫຍາຍປະຕິບັດແຜນການນີ້ໃນຂະແໜງປະກັນສັງຄົມ, ເຖິງວ່າມີຄວາມຕັ້ງໜ້າທີ່ສຸດກໍຕາມ, ແຕ່ກໍປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ, ພິເສດແມ່ນສຳລັບບັນດາຜູ້ຮັບເງິນເບ້ຍບຳນານ. ວຽກງານນີ້ແມ່ນຫຍຸ້ງຍາກທີ່ສຸດ, ທາງດ້ານຈິດຕະຂອງຜູ້ຮັບເງິນເບ້ຍບຳນານຊຶ່ງແມ່ນຜູ້ອາຍຸສູງ ກໍຢາກຮັບເງິນສົດ ເພາະວ່າເຂົາເຈົ້າບໍ່ຢາກໄປຖອດເງິນຢູ່ຕາມບ່ອນບໍລິການບັດ ATM ທີ່ຕ້ອງຮູ້ຈັກນຳໃຊ້ລະບົບຄອມພິວເຕີທີ່ສັບສົນ ”

ຕອບກັບ

ຂ່າວ/ບົດ​ອື່ນ