ເພີ່ມທະວີການປ້ອງກັນ, ຄວບຄຸມໄຂ້ຫວັດ A/H5N1, A/H7N9


ເພີ່ມທະວີການປ້ອງກັນ, ຄວບຄຸມໄຂ້ຫວັດ A/H5N1, A/H7N9 - ảnh 1
ເພີ່ມທະວີການກວດກາສະພາບຄ້າຂາຍສັດປີກເຖື່ອນ
ພາບ:ktdt.com.vn

(vovworld) - “​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຜູ້​ຕິດ​ປອດ​ອັກ​​ເສບ​ຫນັກ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ໂລກລະບາດ​ຢູ່​ເຂດ​ຊາຍ​ແດນ” ​ນັ້ນແມ່ນ​ບັນດາ​ມາດ​ຕະການ​ສຳຄັນ​ຊື່​ງຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປອ້ງກັນ ​ແລະ ຄວບ​ຄຸ​ມ​ໂລກ​ໄຂ້ຫວັດ A/H7N9 ຍົກ​ອອກ​ທີ​່ກອງ​ປະຊຸມ​ຈັດ​ຂຶ້ນ​ໃນ​ວັນ​ທີ 23/4 ຢູ່ ຮ່າ​ໂນ້ຍ. ຜູ້ຕາງຫນ້າ​ກົມປ້ອງ​ກັນ​ພະຍາດ, ສັງກັດ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ຊາຍ​ແດນ​ຕິດ​ກັບ​ຈີນ​ດ້ວຍ​ຄວາມ​ຍາວ​ຫລາຍ​ກິ​ໂລ​ແມດ​, ການ​ຄ້າຂາຍສັດ​ປີກ​ເຖື່ອນ​​ຍາກ​ທີ່ສາມາດທີ່​ຄວບ​ຄຸມ​ໄດ້; ປະຈຸ​ບັນ ບໍ່​ທັນ​ມີ​ວັກ​ຊີ​ນປ້ອງ​ກັນ​ພະຍາດ ​ແລະ ບໍ່​ທັນ​ມີ​ຢຸກຢາ​ປິ່ນປົວ. ​ສະ​ນັ້ນ ​ເພ່ືອ​ປ້ອງ​ກັນ​ໂລກ​ໄຂ້ຫວັດ A/H7N9, ກົມ​ຄຸ້ມ​ຄອງ​ການກວດ​ ​ແລະ ປິ່ນປົວ​ພະຍາດ, ກະຊວງ​ສາທາລະນະ​ສຸກ ​ໄດ້​ກວດກາ​ຄືນບັນດາ​ເຄື່ອງອຸປະກອນ​ການ​ແພດ, ຢຸກຢາ​ກຽມພ້ອມ​​ຮັບ​ມື​ກັບ​ໂລກລະບາດ. ທ່ານ ຫງວຽນ​ຈ້ອງ​ຄວາ, ຮອງ​ຫົວຫນ້າ​ກົມ​ຄຸ້ມ​ຄອງ​ການ​ກວດ ​ແລະ ປິ່ນປົວພະຍາດ​, ສັງກັດ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​​ຈັດແບ່ງ​​ວຽກ​ງານ​ໃຫ້​ແກ່​ບັນດາ​ໂຮງໝໍ​ຂັ້ນຮາກ​ຖານ​ ຊຶ່ງແມ່ນ​ບັນດາ​ໂຮງໝໍ​ອາດ​ຈະ​ຮັບ​ຜູ້​ຕິດ​ໂລກລະບາດ​ທຳ​ອິດ​ມາປິ່ນປົວ. ພ້ອມ​ກັນ​ນັ້ນ, ລວບ​ລວມກໍລະນີ​ຕິດ​ໂລກລະບາດ​ທັງ​ໝົດ ​ເພື່ອ​ໄຈ້​ແຍກ, ​ເຜີຍ​ແຜ່​ບົດຮຽນ​ໃນ​ການ​ປິ່ນປົວ​​ໃຫ້​ແກ່​ບັນດາ​ໂຮງໝໍ​ອື່ນ ​ເມື່ອ​ໂລກລະບາດ​ແຜ່​ລາມ​ອອກ.”

 

ຂ່າວ/ບົດ​ອື່ນ