ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ໂຮນລັງ

(VOVWORLD) - ທ່ານລັດຖະມົນຕີ ບຸຍແທງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Kees van Baar, ໃນອາຍຸການປະຕິບັດງານຂອງຕົນ, ຈົ່ງສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ
ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ໂຮນລັງ - ảnh 1ທ່ານລັດຖະມົນຕີ ບຸຍແທງເຊີນ ຕ້ອນຮັບທ່ານເອກອັກຄະລັດຖະທູດ Kees van Baar
(ພາບ: nhandan.vn)

          ຕອບບ່າຍວັນທີ 07 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານ Kees van Baar, ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ. ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຕີລາຄາສູງບົດບາດຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການສົມທົບກັນຈັດບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງ 2 ປະເທດໃຫ້ບັນລຸຜົນສຳເລັດ, ປະກອບສ່ວນນຳການພົວພັນຂອງ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸຍແທງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Kees van Baar, ໃນອາຍຸການປະຕິບັດງານຂອງຕົນ, ຈົ່ງສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເຮັດໃຫ້ຂອບເຂດຄູ່ຮ່ວມມືຍຸດທະສາດກ່ຽວກັບການໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ, ຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ການຄ້ຳປະກັນສະບຽງອາຫານຜ່ານບັນດາໂຄງການ, ລາຍການຮ່ວມມືຕ່າງໆໃຫ້ເລິກເຊິ່ງຂຶ້ນຕື່ມ. ສ່ວນທ່ານເອກອັກຄະລັດຖະທູດ Kees van Baar, ຢືນຢັນວ່າ, ໂຮນລັງ ຖືການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ, ພ້ອມແລ້ວທີ່ຈະປະກອບສ່ວນເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຢ່າງຕັ້ງໜ້າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ