(ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ)
(vovworld) - ວັນທີ 09/07, ທ່ານນາງ Corrine Breuze, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າປະຈຳສ.ຝລັ່ງ ຢູ່ອາຊຽນ, ໄດ້ຍື່ນສານມອບໜ້າທີ່ຂອງລັດຖະບານຝລັ່ງ ເຖິງທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ. ກ່າວຄຳເຫັນທີ່ພິທີຮັບສານມອບໜ້າທີ່ ຢູ່ສຳນັກງານຄະນະເລຂາອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິນ ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງອາຊຽນ ແລະ ຝລັ່ງກວ່າອີກ, ໂດຍສະເພາະແມ່ນຜ່ານບັນດາໂຄງການຮ່ວມມືຢ່າງແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານເລຂາທິການໃຫ່ຍ ເລເລືອງມິນ ສະເໜີໃຫ້ອາຊຽນ ແລະ ຝລັ່ງ ເພີ່ມທະວີຂຸດຄົ້ນການຮ່ວມມືຢ່າງລະອຽດໃນບັນດາຂົງເຂດເຊິ່ງຝລັ່ງ ມີບົດຮຽນ ແລະ ທ່າແຮງ ເພື່ອຍົກສູງປະສິດທິຜົນການຮ່ວມມື ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ຖືນີ້ແມ່ນພື້ນຖານເພື່ອເຮັດໃຫ້ການພົວພັນລະຫວ່າງອາຊຽນ - ຝລັ່ງ ມີຄວາມໃກ້ຊິດຕິດແທດກວ່າອີກ. ສ່ວນທ່ານນາງເອກອັກຄະລັດຖະທູດ Corrine Breuze, ຊີ້ແຈ້ງວ່າ, ລັດຖະບານຝລັ່ງ ຖືອາຊຽນ ແມ່ນອົງການສຳຄັນໃນພາກພື້ນ ແລະ ການເພີ່ມທະວີການຮ່ວມມືກັບອາຊຽນແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຝລັ່ງ. ທ່ານນາງ ນາງເອກອັກຄະລັດຖະທູດ Corrine Breuze ໃຫ້ຮູ້ວ່າ ຄາດວ່າໃນຕົ້ນເດືອນ 8, ທ່ານລັດຖະມົນຕີກະຊວງການຕ່າງປະເທດຝລັ່ງ ຈະມາຢ້ຽມຢາມຄະນະເລຂາອາຊຽນ ແລະ ພົບປະກັບທ່ານເລຂາທິການໃຫຍ່ ເລເລືອງມິນ ຢ່າງເປັນທາງການ. ເພື່ອແລກປ່ຽນກ່ຽວກັບບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ພາກພື້ນອາຊຽນ ກໍຄືບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.