ເພີ່ມທະວີການພົວພັນ ຮ່ວມມືດ້ານການປ້ອງກັນ ຄວາມສະຫງົບ ຫວຽດນາມ-ລັດເຊຍ

ເພີ່ມທະວີການພົວພັນ ຮ່ວມມືດ້ານການປ້ອງກັນ ຄວາມສະຫງົບ ຫວຽດນາມ-ລັດເຊຍ - ảnh 1

ທ່ານ​ພົນ​ໂທ  Tran Dai Quang  ​ທ່ານ​ພົນ​ເອກ Nikolai Patrushev

(ພາບ:ອິນ​ເຕີ​ແນັດ)

(VOV)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ Alexander Bornikov ຜູ້ອຳນວຍການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ​ລັດ​ເຊຍ FSB, ຄະນະ​ຜູ້​ແທນ​ຂັ້ນສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ໂດຍທ່ານ​ພົນ​ໂທ  Tran Dai Quang ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ນຳ​ໜ້າ ຫາ​ກໍ່​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລັດ​ເຊຍ ​ແຕ່​ວັນ​ທີ 30/10-3/11. ຄະນະ​ໄດ້​ພົບ​ປະ ​ແລະ ​ເຈລະຈາ​ກັບທ່ານ​ພົນ​ເອກ Alexander Bornikov ຜູ້ອຳນວຍການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ​ລັດ​ເຊຍ, ທ່ານ​ພົນ​ເອກ Nikolai Patrushev ​ເລຂາ​ອົງການ​ດັ່ງກ່າວ ​ແລະ ທ່ານ​ພົນ​ຕີ Vladimia Colonoxev ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລັດ​ເຊຍ.  ທ່ານລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ Tran Dai Quang ​ໄດ້​ຕີ​ລາຄາ​ສູງ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ​ແທດ​ຈິງ​ລະຫວ່າງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກະຊວງ​ພາຍ​ໃນ​ລັດ​ເຊຍ ກັບກະຊວງ​ຕຳຫຼວດ​ຫວຽດນາມ, ປະກອບສ່ວນ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຕີ​ລາຄາ​ວ່າ​: ການ​ພົວພັນ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ປ້ອງ​ກັນ​ຄວາມ​ສະຫງົບ….​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ, ​ເປັນ​ປົກກະຕິ, ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ບັນດາ​ບາດກ້າວ​ເດີນ​ສຳຄັນ, ພ້ອມ​ທັງ​ເຫັນ​ດີ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງກະຊວງ​ຕຳຫຼວດ​ຫວຽດນາມ ​ກັບ​ບັນດາ​ອົງການປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກະຊວງ​ພາຍ​ໃນ​ລັດ​ເຊຍ.

 

ຂ່າວ/ບົດ​ອື່ນ