ທ່ານປະທານສະພາແຫ່ງຊາດ ຝະລັ່ງ Claude Bartolone
(ພາບ: TTXVN)
(vovworld) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 18/03, ຢູ່ສະຖານທູດ ຝະລັ່ງ ປະຈຳ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຝະລັ່ງ Claude Bartolone ມີການພົບປະກັບສື່ມວນຊົນ. ເນັ້ນໜັກເຖິງການຢ້ຽມຢາມແມ່ນການສືບຕໍ່ບັນດາການພົບປະຂັ້ນສູງລະຫວ່າງການນຳ 2 ປະເທດໃນໄລຍະຜ່ານມາ, ທ່ານປະທານສະພາແຫ່ງຊາດ ຝະລັ່ງ ໃຫ້ຮູ້ວ່າ: ປະທານາທິບໍດີ ຝະລັ່ງ ປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ໃນເຄິ່ງທ້າຍປີ 2016 ແລະ ສະແດງຄວາມເບີກບານມ່ວນຊື່ນ ເພາະວ່າການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ແມ່ນກົງກັບໂອກາດສະເຫຼີມສະຫຼອງວັນສາກົນໃຊ້ພາສາ ຝະລັ່ງ 20/03, ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ: ຫວຽດນາມ ເປັນສະມາຊິກສຳຄັນໃນຂະບວນການໃຊ້ພາສາ ຝະລັ່ງ. ທ່ານປະທານສະພາແຫ່ງຊາດ ຝະລັ່ງ ໃຫ້ຮູ້ວ່າ: ຫານຢ້ຽມຢາມຍັງແມ່ນໂອກາດເພື່ອຊອກຮູ້ສະພາບການໃນພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ. ທ່ານປະທານສະພາແຫ່ງຊາດ ຝະລັ່ງ ຢືນຢັນວ່າ: ທັດສະນະຂອງ ຝະລັ່ງ ແມ່ນຍາມໃດກໍ່ສະໜັບສະໜູນເລື່ອງເຄົາລົບກົດໝາຍໃນກົດໝາຍສາກົນ, ພິເສດ ໂດຍສະຫະປະຊາຊາດຍົກອອກມາ ເພື່ອຮັບປະກັນຄວາມເສລີໃນການເດີນທະເລ, ການບິນໃນພາກພື້ນ.
ສິ້ນສຸດການປະຊຸມຂ່າວ, ທ່ານປະທານສະພາແຫ່ງຊາດຝະລັ່ງ Claude Bartolone ໄດ້ເປັນສັກຂີພິຍານພິທີລົງນາມບົກບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບເລື່ງຮັບຊາວໜຸ່ມອາສາສະໝັກຊາວ ຝະລັ່ງ ຢູ່ບັນດາຮາກຖານສຶກສາມັດຖະຍົນຂອງ ຫວຽດນາມ ລະຫວ່າງທ່ານ ຫງວຽນວີງຫຽນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ - ບຳລຸງສ້າງ ຫວຽດນາມ ແລະ ທ່ານ Jean – Noel Poirier ເອກອັກຄະລັດຖະທູດ ຝະລັ່ງ ປະຈຳ ຫວຽດນາມ.