(VOVWORLD) - ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນວຽກງານສາສະໜາ, ວຽກງານຊົນເຜົ່າໄລຍະ 6 ເດືອນຕົ້ນປີ 2017 ກັບບາງອົງການສະມາຊິກຂອງແນວໂຮມປະເທດຊາດ ແລະ ອົງການສູນກາງທີ່ກ່ຽວຂ້ອງ.
ກອງປະຊຸມໃນວັນທີ 31 ກໍລະກົດ |
ໄລຍະຜ່ານມາ, ສະພາບການເຄື່ອນໄຫວຂອງການເຫຼື້ອມໃສ, ສາສະໜາເປັນປົກກະຕິໂດຍພື້ນຖານ, ຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນັນ ແລະ ສາສະໜານິກກະຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ, ມີຄວາມຜູກພັນ, ຮ່ວມເດີນທາງພ້ອມກັບຊາດ. ໄລຍະຈະມາເຖິງ, ແນວໂຮມປະເທດຊາດ ແລະ ບັນດາອົງການສະມາຊິກ, ບັນດາອົງການທີ່ກ່ຽວຂ້ອງຢູ່ສູນກາງເພີ່ມທະວີການສົມທົບ, ເປັນເອກະພາບການກະທຳໃນວຽກງານຊີ້ນຳ, ປະຕິບັດວຽກງານຂົນຂວາຍ, ເຕົ້າໂຮມພໍ່ແມ່ປະຊາຊົນບັນດາສາສະໜາ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຕິດຕາມການໄຈ້ແຍກ ແລະ ສັງຄົມ, ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ ເພື່ອປະຕິບັດວຽກງານຊົນເຜົ່າ, ສາສະໜາເປັນຢ່າງດີ.