(vovworld) - ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ຫາກໍ່ຈັດກອງປະຊຸມກັບຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (ຫຼື CPR) ເມື່ອວັນທີ 6/2, ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ Jakata. ກອງປະຊຸມເພື່ອແນ່ໃສ່ແລກປ່ຽນມາດຕະການຕ່າງໆ ເພື່ອເພີ່ມທະວີການສົມທົບ ແລະ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນກ່ວາອີກ, ຊ່ວຍປະຕິບັດບັນດາຈຸດປະສົງ ແລະ ຄາດໝາຍຂອງສະຫະສະມາຄົມຢ່າງມີປະສິດທິຜົນ. ຕາມທ່ານ ເລເລືອງມິນ ແລ້ວ, ອາຊຽນຕ້ອງປັບປຸງ ແລະ ເພີ່ມທະວີການສົມທົບ, ຮ່ວມມື ແລະ ໃຫ້ຂໍ້ມູນຂ່າວລະຫວ່າງຄະນະເລຂາ ອາຊຽນ ແລະ ບັນດາປະເທດສະມາຊິກ ອາຊຽນ, ກໍ່ຄືລະຫວ່າງບັນດາອົງການຂອງ ອາຊຽນ ເພື່ອຍົກສູງປະສິດທິຜົນການປະຕິບັດ 3 ແຜນການກ່ຽວກັບການສ້າງປະຊາຄົມ ອາຊຽນ, ລວມມີປະຊາຄົມ ການເມືອງ ແລະ ຄວາມໝັ້ນຄົງ (ຫຼື APSC), ປະຊາຄົມເສດຖະກິດ (ຫຼື AEC), ປະຊາຄົມວັດທະນະທຳ ແລະ ສັງຄົມ (ຫຼື ASCC) ໃນປີ 2015. ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ແລະ CPR ຖືວ່າ: ບົດບາດໃຈກາງຂອງ ອາຊຽນ ແມ່ນບັນຫາສຳຄັນໃນໂຄງການດຳເນີນງານຂອງ ອາຊຽນ, ແລະ ຮັດແຄບຊ່ອງຫວ່າງການພັດທະນາໃນບັນດາປະເທດສະມາຊິກ ແລະ ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດຕົ້ນຕໍ. ທ່ານເລຂາທິການໃຫຍ່ ອາຊຽນ ແລະ CPR ກໍ່ເຫັນດີເປັນເອກະພາບຈັດຕັ້ງການທາບທຳຄວາມເຫັນເປັນປະຈຳ ເພື່ອເພີ່ມທະວີການສົມທົບ ແລະ ຮ່ວມມືເຊິ່ງກັນ ແລະ ກັນ. CPR ໃຫ້ຮູ້ວ່າ: ຈະສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນ ເພື່ອໜູນຊ່ວຍເລຂາທິການໃຫຍ່ ອາຊຽນ ໃນຕະຫຼອດອາຍຸການ 2013 – 2017.