ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບສາ​ກົນໃນ​ການ​​ຍົກ​ສູງ​​ ຄວາມ​ປອດ​ໄພ​ດ້ານ​ຄົມ​ມະ​ນາ​ຄົມ​ຢູ່ ຫວຽດ​ນາມ

(VOVWORLD) - ຍຸດທະສາດ ຄວາມປອດໄພດ້ານຄົມມະນາຄົມຢູ່ ຫວຽດນາມຮອດ ປີ 2021, ວິໄສທັດ ຮອດປີ 2030, ຫວຽດນາມ ຈະວາງອອກເປົ້າໝາຍຫຼຸດຜ່ອນ 5 – 10% ຈຳນວນອຸບັດຕິເຫດຄົມມະນາຄົມ, ຈຳນວນຜູ້ເສຍຊີວິດ ແລະ ຜູ້ຮັບບາດເຈັບ ໃນແຕ່ລະປີ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບສາ​ກົນໃນ​ການ​​ຍົກ​ສູງ​​ ຄວາມ​ປອດ​ໄພ​ດ້ານ​ຄົມ​ມະ​ນາ​ຄົມ​ຢູ່ ຫວຽດ​ນາມ - ảnh 1 ກອງປະຊຸມສຳມະນາສາກົນ “ການຮ່ວມມືກັບສາກົນໃນການສຶກສາຄົ້ນຄ້ວາເພື່ອຍົກສູງຄວາມປອກໄພດ້ານຄົມມະນາຄົມ ໃຫ້ແກ່ ຫວຽດນາມ" (ພາບ: TTXVN)

ວັນທີ 2 ເມສາ, ຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດໄດ້ສົບທົບກັບ ມະຫາວິທະຍາໄລ ຫວຽດດຶກ ຈັດກອງປະຊຸມສຳມະນາສາກົນ “ການຮ່ວມມືກັບສາກົນໃນການສຶກສາຄົ້ນຄ້ວາເພື່ອຍົກສູງຄວາມປອກໄພດ້ານຄົມມະນາຄົມ ໃຫ້ແກ່ ຫວຽດນາມ". ກອງປະຊຸມສຳມະນາແນໃສ່ເລີ່ມປະຕິບັດ ເຄືອຂ່າຍການຮ່ວມມືຢ່າງດີເດັ່ນ(Noe) ກ່ຽວກັບການຄົ້ນຄ້ວາຍົກສູງຄວາມປອດໄພດ້ານຄົມມະນາຄົມໃຫ້ແກ່ ຫວຽດນາມໂດຍມີການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ບັນດາອົງການຄຸມຄອງ ລັດ. ຜົນຂອງການຮ່ວມມືຈະສ້າງນະໂຍບາຍ ແລະ ໂຄງການການເຄື່ອນໄຫວເພື່ອຄວາມປອດໄພດ້ານຄົມມະນາຄົມລະດັບຊາດ ແລະ ທ້ອງຖິ່ນໃຫ້ແກ່ ຫວຽດນາມ.

ທີ່ກອງປະຊຸມ, ທ່ານ ຄ໊ວດວຽດຫູ່ງ, ຮອງປະທານຜູ້ຮັບຜິດຊອບຄະນະກຳມະການຄວາມປອດໄພດ້ານຄົມມະນາຄົມ ແຫ່ງຊາດ, ໃຫ້ຮູ້ວ່າ: ຍຸດທະສາດ ຄວາມປອດໄພດ້ານຄົມມະນາຄົມຢູ່ ຫວຽດນາມຮອດ ປີ 2021, ວິໄສທັດ ຮອດປີ 2030, ຫວຽດນາມ ຈະວາງອອກເປົ້າໝາຍຫຼຸດຜ່ອນ 5 – 10% ຈຳນວນອຸບັດຕິເຫດຄົມມະນາຄົມ, ຈຳນວນຜູ້ເສຍຊີວິດ ແລະ ຜູ້ຮັບບາດເຈັບ ໃນແຕ່ລະປີ. ພ້ອມທັງ, ຕ້ອງປັບປຸງລະບົບກົດໝາຍວ່າດ້ວຍຄວາມປອດໄພດ້ານຄົມມະນາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ