ທ່ານ ດັ້ງງ້ອກຕູງ ປະທານ
ສະຫະພັນໃຫຍ່ແຮງງານ ຫວຽດນາມ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 04/01, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານ ຫວຽດນາມ ໂດຍທ່ານ ດັ້ງງ້ອກຕູງ ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເປັນຫົວໜ້າຄະນະ, ດຳເນີນການເຈລະຈາກັບຄະນະຜູ້ແທນສະພາກຳມະບານ ອົດສະຕາລີ ໂດຍທ່ານນາງ Ged Kearney ປະທານສະພາກຳມະບານ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, ທ່ານ ດັ້ງງ້ອກຕູງ ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ແບ່ງປັນບັນດາຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວຂອງກຳມະບານ ຫວຽດນາມ ແລະ ໜ້າທີ່ຕົ້ນຕໍຂອງກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ 11. ຕີລາຄາສູງການຮ່ວມມືຂອງສະພາກຳມະບານ ອົດສະຕາລີ, ທ່ານ ດັ້ງງ້ອກຕູງ ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ປາດຖະໜາວ່າ: ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ຈະປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ການພົວພັນຮ່ວມມືລະຫວ່າງຂະບວນການແຮງງານ ແລະ ກຳມະບານ 2 ປະເທດກ່ວາອີກ.
ສ່ວນທ່ານນາງ Ged Kearney ມີຄວາມປິຕິຊົມຊື່ນກ່ຽວກັບໝາກຜົນການຮ່ວມມືລະຫວ່າງກຳມະບານ 2 ປະເທດໃນໄລຍະຜ່ານມາ, ທ່ານນາງ Ged Kearney ປາດຖະໜາວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຮັກສາການພົວພັນນີ້ໃຫ້ດີງາມ. ເນື່ອງໃນໂອກາດນີ້, ທ່ານນາງ Ged Kearney ກໍ່ແຈ້ງສະພາບການຂອງປະເທດ ແລະ ການເຄື່ອນໄຫວຂອງສະພາກຳມະບານ ອົດສະຕາລີ ໃນຊຸມປີຜ່ານມາ.