(vovworld) - ການຮ່ວມມືລະຫວ່າງຫວຽດນາມ ເວົ້າລວມ ແລະ ລະຫວ່າງນະຄອນໂຮ່ຈີນິນ ເວົ້າສະເພາະ ກັບການາດາ ໃນຊຸມປີທີ່ຜ່ານມາ ບັນລຸໄດ້ຜົນງານຫຼາຍຢ່າງທີ່ດີງາມ, ດ້ວຍວົງເງິນການຄ້າລະຫວ່າງສອງປະເທດບັນລຸໄດ້ກວ່າ 2 ຕື້ USD. ນີ້ແມ່ນການຕີລາຄາລວມຂອງທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ Le Hoang Quan ແລະ ລັດຖະມົນຕີການຄ້າສາກົນ ທັງເປັນລັດຖະມົນຕີຜູ້ຮັບຜິດຊອບບັນຫາອາຊີ - ປາຊີຝິກ ຂອງການາດາ ທ່ານ Edward Fast. ທີ່ການເຮັດວຽກເມື່ອຕອນບ່າຍວັນທີ 27/8 ຢູ່ນະຄອນໂຮ່ຈິມິນ, ທ່ານ Edward Fast ປາດຖະໜາຫວຽດນາມ ເວົ້າລວມ ແລະ ນະຄອນໂຮຈີນິນເວົ້າສະເພາະ ສືບຕໍ່ມີການໜູນຊ່ວຍຕ່າງໆທີ່ຕັ້ງໜ້າກວ່າອີກໃຫ້ແກ່ບັນດາວິສາຫະກິດຂອງການາດາ ທີ່ພວມລົງທຶນເຄື່ອນໄຫວຢູ່ຫວຽດນາມ. ຄຽງຂ້າງນັ້ນ, ທ່ານ Edward ຈະສົ່ງເສີມ ແລະ ຮຽກຮ້ອງບັນດາວິສາຫະກິດຂອງການາດາ ມາຫວຽດນາມ ເພື່ອລົງທຶນ ແລະ ຖືຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນຢ່າງປອດໄພ, ນຳມາເຊິ່ງປະສິດທິຜົນອັນດີງາມຫຼາຍຢ່າງໃຫ້ທັງສອງຝ່າຍ.