ເພີ່ມທະວີການຮ່ວມມືດ້ານວິຊາສະເພາະລະຫວ່າງກຳມາທິການກົດໝາຍແລະສະພາແຫ່ງຊາດຫວຽດນາມກັບນິວຊີແລນແລະອົດສະຕາລີ

ເພີ່ມທະວີການຮ່ວມມືດ້ານວິຊາສະເພາະລະຫວ່າງກຳມາທິການກົດໝາຍແລະສະພາແຫ່ງຊາດຫວຽດນາມກັບນິວຊີແລນແລະອົດສະຕາລີ - ảnh 1
ທ່ານ ຟານ​ຈຸງ​ລິ໋, ຫົວ​​ໜ້າ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
(ພາບ​ປະ​ກອບ)

(vovworld) - ໃນ​ລະ​ຫວ່າງວັນ​ທີ 05 – 07/05, ຄະ​ນະ​ຜູ້​ແທນກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ ຟານ​ຈຸງ​ລິ໋, ຫົວ​​ໜ້າ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດວຽກ​ຢູ່​ນະ​ຄອນ​ຫຼວງ Wellington, ປະ​ເທດ​ນິວ​ຊີ​ແລນ. ໃນ​ໄລ​ຍະ​ຢູ່ຢ​້​ຽມ​ຢາມ, ຄະ​ນະ​ຜູ້​ແທນ​ໄດ​້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ປະ​ທານ​ກຳ​ມາ​ທິ​ການ​ກົດ​ໝາຍ Kanwaljit Singh Bakshi; ທ່ານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ Damien O’Connor, ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕ​ະ​ພາບ ນິວ​ຊີ​ແລນ - ຫວຽດ​ນາມ… ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ ຟານ​ຈຸງ​ລິ໋ ໃຫ້ຮູ້​ວ່າ ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ຄະ​ນະ​ຜູ້​ແທນ ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຮູ້​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄ​ອງ, ລະ​ບົບ​ກົດ​ໝາຍ ແລະ ຂັ້ນ​ຕອນ​ສ້າງ​ກົດ​ໝາຍ​ສະ​ເພາະ​ພິ​ເສດ​ຂອງ​ນິວ​ຊີ​ແລນ ເພື່ອ​ຮັບ​ໃ​ຊ້​ການ​ຄົ້ນ​ຄວ້າ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫ​ວ​ສ້າງ​ກົດ​ໝາຍ​ຢູ່​ຫວຽດ​ນາມ.

        ວັນ​ທີ 08/05, ຄະ​ນະ​​ຜູ້​ແທນກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ໄປ​ອົດ​ສະ​ຕາ​ລີ ແລະ ໃນ​ໄລ​ຍະ​ຢ້ຽມ​ຢາມ​ຄະ​ນະ​ໄດ້​ມີ​ບັນ​ດາ​ການ​ເຮັດ​ວຽກ​ກັບ​ກຳ​ມາ​ທິ​ການ​ກົດ​ໝາຍ ແລະ ຕຸ​ລາ​ການ​ລັດ​ຖະ​ສະ​ພາ ລັດ New South Wales, ລັດ Victoria, ຊອກ​ຮູ້​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ແຫ່​ຂະ​ບວນປະ​ທ້ວງ ​ທີ່​ອົງ​ການ​ຕຳ​ຫຼ​ວ​ດ​ລະ​ຫວ່າງ​ລັດ​ຢູ່ ລັດ Canberra.

ຂ່າວ/ບົດ​ອື່ນ